ພັດທະນາເວັບໄຊ໌

ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດລາວ

 ປະລິນຍາຕຼີ 4 ປີ

ການພັດທະນາເວັບໄຊ໌ ແມ່ນການສ້າງ, ການວາງແຜນລະບົບ, ການອອກແບບໜ້າເວັບ ແລະ ການຂຽນໂຄດຄຳສັ່ງເພື່ອສ້າງເວັບໄຊທ໌ຕ່າງໆ. ສາຂານີ້ ມີຄວາມສຳຄັນຫຼາຍໃນປັດຈຸບັນ ເຊິ່ງເປັນໄລຍະແຫ່ງການກ້າວເຂົ້າສູ່ຄວາມພັດທະນາ ໝາຍເຖິງການນຳທັນຍຸກສະໄໝ ເຊິ່ງຈໍາເປັນຕ້ອງໄດ້ອາໄສເຕັກໂນໂລຊີດ້ານນີ້ ເພື່ອໃຫ້ມີຄວາມວ່ອງໄວ ແລະ ຄວາມສະດວກໃນການເຂົ້າຫາຂໍ້ມູນຂອງຜູ້ບໍລິໂພກ ຜ່ານການນຳໃຊ້ເວັບໄຊ໌ເປັນຕົວສື່ສານ ແລະ ຂະຫຍາຍຂໍ້ມູນເພື່ອການແຂ່ງຂັນທີ່ເໜືອກວ່າ.

ສາຂານີ້ ຮຽນຮູ້ ແລະ ສຶກສາກ່ຽວກັບການອອກແບບ ແລະ ພັດທະນາເວັບໄຊ໌ ບໍ່ວ່າຈະເປັນ ເພື່ອການໂຄສະນາບໍລິສັດ ຫຼື ອົງກອນໃດໜຶ່ງຜ່ານທາງເວັບໄຊ໌, ການຄົ້ນຫາ ຫຼື ປ້ອນຂໍ້ມູນໃຫ້ການບໍລິການ ຫຼື ການປະຕິບັດວຽກງານຜ່ານ ເວັບໄຊ໌ໂດຍການຢືນຢັນຄວາມເປັນສະມາຊິກ. ການສຶກສາ ແລະ ພັດທະນາສິ່ງຕ່າງໆເຫຼົ່ານີ້ ແມ່ນການຕອບສະໜອງຄວາມຕ້ອງການໃນຍຸກສະໄໝປັດຈຸບັນ ເພື່ອການປະຢັດເວລາ ແລະ ການເຂົ້າຫາຂໍ້ມູນໄດ້ງ່າຍຂຶ້ນ.

ການຮຽນການສອນ ປະກອບມີ ການສຶກສາກ່ຽວກັບທິດສະດີຄະນິດສາດເພື່ອນໍາໃຊ້ເຂົ້າໃນການຄິດໄລ່ເພື່ອຂຽນໂຄດ, ສຶກສາພື້ນຖານການນຳໃຊ້ຄອມພິວເຕີ, ການນຳໃຊ້ເຄື່ອງມືໃນການຂຽນໂຄດ ກໍຄືການນຳໃຊ້ໂປຣແກຣມເພື່ອສ້າງເວັບໄຊ໌ ແລະ ການປະຕິບັດຕົວຈິງໃນຫ້ອງຮຽນທົດລອງ. ເຖິງຢ່າງໃດກໍ່ຕາມ ການຮຽນໃນຫ້ອງເປັນພຽງພື້ນຖານການນຳໃຊ້ເທົ່ານັ້ນ ນັກຮຽນຄວນຄົ້ນຄວ້າໂຄດຕ່າງໆ ພ້ອມທັງດີຊາຍໃໝ່ໆເຂົ້າໃນການສ້າງເວັບໄຊ໌ດ້ວຍຕົວເອງຢູ່ສະເໝີ.

ຄວນມີຄວາມຮູ້ພື້ນຖານ ພາສາອັງກິດ ແລະ ຄະນິດສາດ. ມີທັກສະ ໃນການນຳໃຊ້ຄອມພິວເຕີ ແລະ ໂປຣແກຣມ ຕ່າງໆ. ເປັນຄົນ ມີຫົວຄິດສ້າງສັນໃນການອອກແບບ, ມີການວາງແຜນຢ່າງເປັນລະບົບ, ມີຄວາມອົດທົນຕໍ່ບັນຫາທີ່ອາດເກີດຂຶ້ນໃນການເຮັດວຽກ, ແລະ ມີຄວາມສົນໃຈ ໃນການຊອກຮູ້ກ່ຽວກັບຂ່າວສານເຕັກໂນໂລຊີໃໝ່ໆສະເໝີ.

ນັກສຶກສາທີ່ຈົບດ້ານນີ້ຈະຮູ້ວິທີການ ສ້າງ ແລະ ພັດທະນາເວັບໄຊ໌ ພ້ອມກັນນັ້ນ ຍັງຈະມີທັກສະໃນການນຳໃຊ້ໂປຣແກຣມຈັດເກັບຂໍ້ມູນ ເພື່ອນໍາໃຊ້ເຂົ້າໃນການສ້າງເວັບໄຊ໌ໃດໜຶ່ງຂຶ້ນມາ. ອີກທັງມີຄວາມສາມາດດ້ານການວາງແຜນ ແລະ ອອກແບບລະບົບເວັບໄຊ໌ ແລະ ການສ້າງ (ຂຽນໂຄດ) ເວັບໄຊ໌ດ້ວຍໂປຣແກຣມຕ່າງໆ.

ນັກສຶກສາສາມາດປະກອບອາຊີບເປັນນັກສ້າງເວັບໄຊ໌ອິດສະຫຼະ ຫຼື ສັງກັດອົງກອນລັດ ຫຼື ເອກະຊົນ, ເປັນທີ່ປຶກສາ ແລະ ອອກແບບວາງແຜນເວັບໄຊ໌, ແລະ ພັດທະນາ-ແກ້ໄຂ-ຮັກສາລະບົບເວັບໄຊ໌ ເຊັ່ນ: ເວັບໄຊທ໌ໂຄສະນາຂອງທະນາຄານ, ບໍລິສັດ ຫຼື ອົງການໃດໜຶ່ງ, ເວັບໄຊ໌ໂຄສະນາສິນຄ້າ ຫຼື ເຜີຍແຜ່ຂ່າວສານຄວາມຮູ້, ເວັບໄຊ໌ສຳລັບປຶ້ມອ່ານ ຫຼື E-Book.

  • ໝວດທິດສະດີວິຊາສະເພາະຫຼັກ
  1. ການວິເຄາະ ແລະ ອອກແບບລະບົບ
  2. ວິສະວະກຳຊອຟແວຣ໌ (Process and Tools)
  3. ອົງປະກອບ ແລະ ສະຖາປັດຕະຍະກຳຄອມພິວເຕີ
  4. ລະບົບຄອມພິວເຕີ
  5. ຊອຟແວຣ໌ນຳໃຊ້ລະດັບສູງ
  6. ປັນຍາປະດິດ (Artificial Intelligence)
  7. ຂັ້ນຕອນວິທີ ແລະ ໂຄງສ້າງຂອງຂໍ້ມູນ
  • ໝວດວິຊາສະເພາະບັງຄັບ
  1. ເຕັກໂນໂລຊີຂ່າວສານ
  2. ຍຸດທະສາດໃນການວາງແຜນລະບົບຂ່າວສານ
  3. ການສື່ສານຂໍ້ມູນ ແລະ ເຄືອຂ່າຍ
  4. ເວບໂປຣແກຣມມິງ
  5. ລະບົບຂ່າວສານເພື່ອການຈັດການ
  6. ການພັດທະນາເວັບໄຊ໌ດ້ວຍມັນຕິມິເດຍ
  7. ຄວມປອດໄພຂອງເວັບໄຊ໌
  8. ການສ້າງເວັບດ້ວຍ ASP.Net 
  9. ສະຖາປັດຕະຍະກຳຊອຟແວຣ໌ ( Design and Implementation)
  10. ການບໍລິຫານເຄື່ອງແມ່ຂ່າຍ
  11. ເວັບເຊີບເວີ ແລະ ເວັບເຕັກໂນໂລຊີ
  12. ການສ້າງເວັບດ້ວຍ JSP ແລະ JSP.net 
  13. ໂປຣແກຣມມິງ ຈາວາ
  14. ລະບົບຖານຂໍ້ມູນ(ນຳໃຊ້ SQL)
  15. ຄວາມຮູ້ພື້ນຖານກ່ຽວກັບຖານຂໍ້ມູນ
  16. ການສ້າວເວັບດ້ວຍ PHP
  • ໝວດວິຊາສະເພາະເລືອກ
  1. A+
  2. ການຂຽນໂປຣແກຣມເທິງມືຖື
  3. ການຮຽນການສອນດ້ວຍລະບົບເອເລັກໂຕຣນິກ
  4. ການສ້າງເວັບດ້ວຍ JSP
  5. ການຄ້າດ້ວຍເອເລັກໂຕຣນິກ