ຊ່າງໄມ້ເຟີນິເຈີ



ວິທະຍາໄລເຕັກນິກປາກປ່າສັກ



ຫຼັກສຸດ ຊັ້ນກາງ 12 + 2



ສາຂາຊ່າງໄມ້ ແລະ ເຟີນິເຈີ ເປັນສາຂາທີ່ເວົ້າເຖິງການສຶກສາກ່ຽວກັບການຜະລິດເຄື່ອງເຟີນິເຈີປະເພດໄມ້. ສາຂານີ້ເປັນວິຊາຊີບທີ່ສາມາດປະກອບເຂົ້າໃນວຽກງານການຜະລິດ ເຊິ່່ງມີຄວາມຮຽກຮ້ອງຕ້ອງການຫຼາຍຈາກທັງພາກລັດ ແລະ ເອກະຊົນ. ນອກຈາກນີ້ ການຜະລິດເຄື່ອງເຟີນິເຈີ ຍັງມີຄວາມສໍາຄັນໃນການຊ່ວຍຫັນປ່ຽນ ຈາກອຸດສາຫະກໍາການຂຸດຄົ້ນ ແລະ ນໍາໃຊ້ວັດຖຸດິບ ມາເປັນອຸດສາຫະກໍາການຜະລິດ ເຊິ່ງຈະຊ່ວຍສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນ ແລະ ສ້າງລາຍຮັບໃຫ້ແກ່ປະເທດຊາດ.



ສາຂານີ້ສຶກສາກ່ຽວກັບ ການຜະລິດເຄື່ອງເຟີນິເຈີ ແລະ ເຄື່ອງຮັບໃຊ້ພາຍໃນເຮືອນ ໃນນັ້ນປະກອບມີ ການສຶກສາກ່ຽວກັບພື້ນຖານການເຮັດເຄ່ື່ອງເຮືອນປະເພດຕ່າງໆ ເຊັ່ນ: ການເຮັດຕູ້, ໂຕະ, ຕັ່ງ, ຕຽງ ແລະ ອື່ນໆ. ນອກຈາກນີ້ ນັກສຶກສາຍັງຈະໄດ້ຮຽນກ່ຽວກັບວິທີການແຕ້ມແບບ ແລະ ອອກແບບ, ການຄິດໄລ່ປະເມີນລາຄາ, ການນໍາໃຊ້ເຄື່ອງມື ແລະ ເຄື່ອງຈັກ, ການຄິດໄລ່ໂຄງຮ່າງ ແລະ ບໍລິມາດເຄື່ອງເຟີນິເຈີ ແລະ ວິທະຍາການໄມ້ ເຊັ່ນ: ການຄິດໄລ່ໜ້າກວ້າງ-ຍາວຂອງຕູ້ ເປັນຕົ້ນ.

ວິທີການສິດສອນປະກອບມີ ການຮຽນກ່ຽວກັບທິດສະດີພາຍໃນຫ້ອງຮຽນ ເພື່ອມາເປັນພື້ນຖານໃຫ້ແກ່ການປະຕິບັດຕົວຈິງ. ເຊິ່ງໃນການລົງປະຕີບັດຕົວຈິງນີ້ ນັກສຶກສາຈະໄດ້ເຮັດການກົບໄມ້, ການເຂົ້າໄມ້, ການປາດມຸມໄມ້ ແລະ ອື່ນໆ. ຫຼັງຈາກນັ້ນ ຈະໄດ້ຝຶກການນໍາໃຊ້ເຄື່ອງຈັກ. ໃນແຕ່ລະພາກຮຽນ, ນັກສຶກສາຈະໄດ້ຜະລິດເຄື່ອງເຟີນິເຈີໃດໜຶ່ງ ດ້ວຍຕົນເອງ ພາຍໃຕ້ການຊີ້ນໍາຈາກອາຈານ. ນອກຈາກນີ້ ຍັງມີການລົງຝຶກງານ ຕາມບໍລິສັດຜະລິດເຄື່ອງເຟີນິເຈີ ເປັນຕົ້ນ. 



ຄວາມ​ຮູ້ພື້ນຖານທາງດ້ານ ວິຊາຄະນິດສາດ. ເປັນຄົນ ທີ່ມັກການລົງມືປະຕິບັດຕົວຈິງ, ມີຄວາມຄິດສ້າງສັນ, ມີຫົວຄິດປະດິດສ້າງ, ມີຄວາມອົດທົນ ແລະ ຄວາມພະຍາຍາມສູງ. ມີຄວາມສົນໃຈໃນການອອກແບບ ແລະ ປະດິດເຄື່ອງມືເຄື່ອງໃຊ້ຕ່າງໆ.



ສາມາດປະຕິບັດຕົວຈິງ ເຊັ່ນ: ສາມາດກົບໄມ້, ເຈາະໄມ້, ແຕ້ມແບບ, ສຶກສາແບບ, ເຮັດລາຍການໄມ້ (ເຮັດລາຍການຂອງໄມ້ ແລະ ປະເພດໄມ້ ທີ່ຈະເອົາມາປະກອບເປັນເຄື່ອງເຟີນິເຈີ ເຊັ່ນ: ໃນການເຮັດຕູ້ ກໍ່ຈະປະກອບມີໄມ້ທີ່ຈະເອົາມາເຮັດ ຂາຕູ້, ຝາຕູ້ ເປັນຕົ້ນ), ຕັດໄມ້, ຊອຍໄມ້, ທາສີ, ຂັດໄມ້ ແລະ ສາມາດເຂົ້າໃຈເຄື່ອງໝາຍທີ່ໃຊ້ເຂົ້າໃນແບບເຟີນິເຈີ.



ສາມາດປະກອບອາຊີບ ເປັນຫົວໜ້າຊ່າງ ເຊິ່ງມີໜ້າທີ່ເປັນຜູ້ຄວບຄຸມ ແລະ ແນະນໍາການຜະລິດ, ເປັນຊ່າງໄມ້ ໂດຍສາມາດເຮັດວຽກຕາມໂຮງງານຜະລິດເຄື່ອງເຟີນິເຈີໄມ້ຕ່າງໆ ຫຼື ເປັນຊ່າງໄມ້ອິດສະຫຼະ. ນອກຈາກນີ້ ຍັງສາມາດເປັນຜູ້ປະກອບການບໍລິສັດທີ່ເຮັດກ່ຽວກັບການຜະລິດເຄື່ອງເຟີນິເຈີ ເປັນຕົ້ນ.

ວິຊາຮຽນ



  1. ໝວດວິຊາຊີບພື້ນຖານ
    1. ວັດສະດຸຊ່າງ
    2. ໄຟຟ້າພື້ນຖານ
    3. ເຄື່ອງມືຊ່າງໄມ້
    4. ທິດສະດີໄມ້
    5. ເລກຊ່າງ
    6. ແຕ້ມແບບພື້ນຖານ

    ໝວດວິຊາຊີບສະເພາະ

    1. ເຄື່ອງຈັກຊ່າງໄມ້
    2. ວິທະຍາການໄມ້
    3. ແຕ້ມແບບເຕັກນິກ
    4. ຕົບແຕ່ງພາຍໃນ
    5. ອອກແບບເຟີນິເຈີ
    6. ວິທະຍາການປຸກສ້າງ
    7. ຄອມພິວເຕີ AutoCAD
    8. ສຶກສາໂຄງການ
    9. ​ເລກ​ຊ່າງ​ສະ​ເພາະ