ວິສະວະກຳໂຍທາ

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ວິສະວະກຳໂຍທາ ເປັນຂະ​ແໜງ​ການ​ໜຶ່ງ​ຂອງ ວິສະວະ​ກໍາ ທີ່ກ່ຽວຂ້ອງກັບການກໍ່ສ້າງ ​ແລະ ປັບປຸງພັດທະນາໂຄງລ່າງພື້ນຖານເຊິ່ງຈະລວມທຸກໆຮູບແບບຂອງການກໍ່ສ້າງເຊັ່ນ: ບ້ານ, ອາຄານ, ຫົນທາງ, ຂົວ, ເຂື່ອນ, ຊົນລະປະທານ ແລະ ອື່ນໆ. ສາຂານີ້ ມີຄວາມສໍາຄັນຫຼາຍ ຍ້ອນ​ວ່າ ​ທຸກໆ​ກິດຈະການ​ຂອງການ​ກໍ່ສ້າງ ທີ່​ມີ​ຄວາມຈໍາ​ເປັນ​ຕໍ່​ກັບ​ການ​ພັດທະນາ​ເສດຖະກິດ​-ສັງຄົມ​ ຈະ​ຕ້ອງມີ​ນັກ​ວິສະວະກອນ​ເປັນ​ຜູ້​ອອກ​ແບບ​ຄວບ​ຄຸມ ​​ເພື່ອຮັບປະກັນ​ໃຫ້​ການ​ກໍ່ສ້າງ​ ມີຄວາມ​ປອດ​ໄພຕໍ່​ຜູ້​ຊົມ​ໃຊ້.

ສາຂານີ້ ຮຽນກ່ຽວກັບການຄິດ​ໄລ່, ການອອກ​ແບບ ​ແລະ ການກໍ່ສ້າງບ້ານ, ອາຄານ, ຫົນທາງ, ຂົວ, ເຂື່ອນ, ຊົນລະປະທານ ແລະ ອື່ນໆ ໂດຍນັກສຶກສາຈະໄດ້ຮຽນຮູ້​ເຖິງ​ທຸກໆ​ຂັ້ນ​ຕອນ ຂອງ​ການ​ກໍ່ສ້າງ ນັບຕັ້ງແຕ່ການປະສົມ​ປູນ ​ແລະ ທົດ​ລອງ​ວັດ​ສະ​ດຸ​ກໍ່ສ້າງ ຈົນ​ເຖິງການຄິດ​ໄລ່, ອອກແບບສິ່ງກໍ່ສ້າງ ​ແລະ ການວິ​ເຄາະເຖິງ ຜົນ​ກະທົບ​ຂອງ​ການ​ກໍ່ສ້າງຕໍ່ສິ່ງແວດລ້ອມອ້ອມຂ້າງ. ນອກຈາກນີ້ ນັກສຶກສາຍັງຈະໄດ້ຮຽນ ກ່ຽວກັບການຈັດການ, ການດຳເນີນ ແລະ ການບຳລຸງຮັກສາສິ່ງກໍ່ສ້າງອີກດ້ວຍ.

ນັກສຶກສາຈະໄດ້ຮຽນເນັ້ນໜັກໃສ່ທິດສະດີເພື່ອໃຫ້ກຳແໜ້ນໄດ້ເຖິງຫຼັກການທີ່ຖືກຕ້ອງ. ຫຼັງຈາກນັ້ນນັກສຶກສາຈະໄດ້ທົດລອງຕົວຈິງໃນຫ້ອງແລັບໂດຍການສຶກສາ ແລະ ທົດລອງນຳ​ໃຊ້ວັດສະດຸກໍ່ສ້າງ, ການປະສົມເບຕົງ, ການທົດລອງດິນ, ການກໍ່, ​ໂບກ, ການທົດລອງສ້າງໂຄງສ້າງ, ການ​ສ່ອງ​ກ້ອງ ແລະ ອື່ນໆ ໂດຍມີອາຈານເປັນຜູ້ນຳພາ. ນອກຈາກນີ້, ນັກສຶກສາຍັງຈະໄດ້ຝຶກງານໂດຍ ເຮັດໜ້າທີ່ເປັນນາຍ​ຊ່າງ ແລະ ເປັນຜູ້ຊ່ວຍວິຊາການໃນສະໜາມກໍ່ສ້າງຕົວຈິງ.

ມີຄວາມຮູ້ພື້ນຖານດ້ານ ຟິຊິກສາດ ແລະ ​ຄະນິດສາດ ດີພໍສົມຄວນ ເພາະຈະມີການຄິດໄລ່ຫຼາຍ. ເປັນຄົນທີ່ມັກ​ການ​ເຮັດ​ວຽກ​ຕົວ​ຈິງ ນອກ​ສະຖານ​ທີ່, ມີຄວາມກະຕີລືລົ້ນດ້ານວິທະຍາສາດທີ່ແນ່ໃສ່ການພັດທະນາໂຄງລ່າງພື້ນຖານ, ມີແນວຄິດໃໝ່ໆທີ່ແຕກຕ່າງ, ມີ​ເຕັກນິກໄຫວພິບໃນການແກ້ໄຂບັນຫາ ​ແລະ ມັກນຳໃຊ້ເຕັກໂນໂລຊີເພື່ອປັບໃຊ້ໃນການແກ້ໄຂບັນຫາ.

ມີຄວາມສາມາດດ້ານວິຊາການເຊັ່ນ: ສາມາດແຕ້ມແບບວິສະວະກຳ, ສາມາດອອກແບບອາຄານ, ສາມາດນຳໃຊ້ໂປຣແກຣມຄອມພິວເຕີສຳລັບວິສະວະກຳ, ສາມາດສຳຫຼວດ ແລະ ວັດແທກການ​ກໍ່ສ້າງ; ສາມາດວິເຄາະໂຄງສ້າງ ແລະ ສາມາດອອກແບບຄອນກຣີດເສີມເຫຼັກ; ສາມາດວາງແຜນ, ປະເມີນລາຄາ ແລະ ບໍລິຫານໂຄງການກໍ່ສ້າງ​ໄດ້.

ສາມາດເຮັດວຽກດ້ານວິສະວະກຳໃນຫຼາຍດ້ານ​ເຊັ່ນ: ​ເປັນວິຊາການພາກສະໜາມ, ນັກສຳຫຼວດ, ນັກປະເມີນລາຄາ, ຜູ້​ຄຸມ​ໂຄງການກໍ່ສ້າງ ໄດ້ທັງໃນພາກລັດ ແລະ ເອກະຊົນເຊັ່ນ: ບໍລິສັດກໍ່ສ້າງ, ບໍລິສັດສຳຫຼວດອອກແບບ, ບໍລິສັດທີ່ປຶກສາ, ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ສາມາດເປີດບໍລິສັດຂອງຕົນເອງ ຫຼື ເປັນອາຈານສອນກໍ່​ໄດ້.

ໝວດວິຊາພື້ນຖານສະເພາະ

  1. ພາສາອັງກິດ 
  2. ກົນຈັກສຳລັບການກໍ່ສ້າງ
  3. ເລຂາປະພັນ
  4. ແຕ້ມແບບວິສະວະກຳ
  5. ກົນລະສາດວິສະວະກຳ
  6. ພື້ນຖານວິສະວະກຳໄຟຟ້າ
  7. ວຽກເຝິກງານໃນໂຮງຊ່າງ
  8. ຝຶກງານພາກສະໜາມສຳຫຼວດວັດແທກ
  9. ການ​ສໍາ​ຫຼວດວັດ​ແທກ

ໝວດວິຊາເລືອກ

  1. ການນຳໃຊ້ຄອມພິວເຕີເຂົ້າໃນວິສະວະກຳໂຄງສ້າງ
  2. ການພັດທະນາຊົນນະບົດ ແລະ ວິສະວະກຳ
  3. ວິສະວະກຳສະໜາມບິນ
  4. ການເພີ່ມປະສິດທິພາບ ແລະ ການວາງແຜນການຂົ່ນສົ່ງ
  5. ການສຳຫຼວດສ້າງແຜນທີ່ຈາກພາບຖ່າຍທາງອາກາດ
  6. ວິສະວະກຳຂົນ​ສົ່ງ

ໝວດວິຊາສະເພາະ

  1. ວິທະຍາການກໍ່ສ້າງ
  2. ວັດສະດຸກໍ່ສ້າງ
  3. ວິທະຍາການເບຕົງ
  4. ກົນລະສາດວັດສະດຸ 
  5. ທິດສະດີໂຄງສ້າງ
  6. ວິເຄາະໂຄງສ້າງ
  7. ອອກແບບເບຕົງເສີມເຫຼັກ
  8. ອອກແບບໂຄງສ້າງເຫຼັກ
  9. ອອກແບບໂຄງສ້າງອາຄານ
  10. ວິສະວະກຳຂົວ
  11. ອອກແບບໂຄງສ້າງໄມ້ ແລະ ໂຄງສ້າງຝາກໍ່
  12. ຄຸ້ມຄອງ-ບໍລິຫານການກໍ່ສ້າງ
  13. ສັນຍາກໍ່ສ້າງ ແລະ ການປະເມີນລາຄາ
  14. ວິສະວະກຳຮາກຖານ
  15. ການກໍ່ສ້າງ ແລະ ບຳລຸງຮັກສາເສັ້ນທາງ