ສາຂາວິສະວະກຳຂົວທາງ

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ວິສະວະກຳຂົວທາງ ລົງເລິກສະເພາະດ້ານກ່ຽວກັບ ການ​ສໍາ​ຫຼວດ, ກວດກາ, ອອກແບບກໍ່ສ້າງ​ຂົວ ​ແລະ ເສັ້ນທາງຄົມມະນາ ຄົມຕ່າງໆ. ສາຂາ​ນີ້ ມີຄວາມສຳຄັນຫຼາຍ​ໂດຍ​ສະ​ເພາະຕໍ່ກັບປະເທດທີ່ກຳລັງພັດທະນາ ທີ່ມີຄວາມຕ້ອງການພັດທະນາ ແລະ ກໍ່ສ້າງເສດຖະກິດຂອງ​ຊາດໃຫ້ດີຂື້ນ ໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງຄົມມະນາຄົມຂົນສົ່ງໃຫ້ໄປມາຫາສູ່ກັນ ລະຫວ່າງ​ບ້ານ​ຫາ​ເມືອງ, ​ເມືອງ​ຫາ​ແຂວງ ​ແລະ ລະຫວ່າງ​ປະ​ເທດ ແລະ ສາມາດຂົນສົ່ງສິນຄ້າໄດ້ຢ່າງສະດວກ ​ແລະ ວ່ອງໄວຍິ່ງຂື້ນ.

ສາຂານີ້ ຮຽນກ່ຽວກັບ ການ​ສໍາ​ຫຼວດ, ຄິດໄລ່, ອອກແບບ, ກວດກາ, ຄຸມ​ງານ ​ແລະ ວາງ​ແຜນ​ຕ່າງໆ; ຮຽນຮູ້ວິທີນຳໃຊ້ເຕັກນິກ ເຂົ້າໃນການກໍ່ສ້າງສ້ອມແປງຂົວ-ທາງ ແລະ ວິທະຍາການກໍ່ສ້າງຕ່າງໆເຊັ່ນ: ທາງ​ລົດ​ໂອ​ໂຕ, ອຸໂມງ, ທາງລົດໄຟ, ສະໜາມບິນ ແລະ ອື່ນໆ. ຮູ້ຈັກວິທີການນໍາໃຊ້ເຄື່ອງຈັກກໍ່ສ້າງ, ການປະເມີນລາຄາການກໍ່ສ້າງ, ວິສະວະກຳການຈະລາຈອນ, ວິສະວະກຳຂົນສົ່ງ, ວິສະວະກຳຄວາມປອດໄພ ແລະ ກົດໝາຍການກໍ່ສ້າງ ​ແລະ ອື່ນໆ.

ນັກສຶກສາຈະໄດ້ຮຽນທິດສະດີພື້ນຖານທາງດ້ານວິສະວະກຳກ່ອນ ເປັນຕົ້ນແມ່ນການຄິດໄລ່, ການນຳໃຊ້ໂປຣແກຣມຄອມພິວເຕີເຂົ້າໃນການອອກແບບ, ການວິເຄາະໂຄງສ້າງ ແລະ ອື່ນໆ. ມີ​ການ​ໃຊ້​ສື່ການ​ສອນ VDO ​ແລະ ​ລົງປະຕິບັດຕົວຈິງໃນການທົດລອງວັດສະດຸກໍ່ສ້າງໃນຫ້ອງທົດລອງເຊັ່ນ: ທົດ​ລອງ​ຫາ​ຄຸນສົມບັດ​ທາງ​ດ້ານ​ວັດຖຸ​ຂອງ​ບັນດາ​ວັດ​ສະດຸ​ທີ່​ຈະ​ນໍາ​ໃຊ້​ເຂົ້າ​ໃນ​ການກໍ່ສ້າງ​ຂົວ​-ທາງ ​ແລະ ຄວບ​ຄຸມ​ຄຸນນະພາ​ບ​ໃນ​ເວລາ​ກໍາລັງກໍ່ສ້າງ. ມີ​ການຝຶກງານຕາມບໍລິສັດ ​ແລະ ​ໂຄງການ​ທີ່​ກ່ຽວຂ້ອງ.

ມີຄວາມຮູ້ພື້ນຖານ ພາສາ​ອັງກິດ, ຝຣັ່ງ, ຄອມ​ພິວ​ເຕີ, ​ແລະ ຄະນິດສາດ, ຟິຊິກສາດ​ ເນື່ອງຈາກສາຂານີ້ຈະຕ້ອງມີການຄິດໄລ່ທີ່ລະອຽດອ່ອນສູງ. ເປັນຄົນມີຄວາມອົດທົນ, ມັກຄວາມທ້າທາຍ, ມັກການເຮັດວຽກນອກສະຖານທີ່ ແລະ ມັກການຄິດໄລ່. ມີຄວາມສົນໃຈ ໃນການກໍ່ສ້າງປັບປຸງຖະໜົນຫົນທາງ ແລະ ລະບົບໂຄງລ່າງພື້ນຖານໃຫ້ມີມາດຕະຖານທີ່ດີ ແລະ ເປັນລະບົບ.

ມີຄວາມສາມາດໃນການສໍາ​ຫຼວດ, ຄິດ​ໄລ່, ອອກ​ແບບ, ກວດກາ, ​ແລະ ຄຸມ​ງານ ​ໃນ​ການກໍ່ສ້າງ ຂົວ-ທາງ;  ຮູ້ອອກແບບເສັ້ນທາງການຈະລາຈອນ; ມີທັກສະໃນການວິເຄາະ ແລະ ປະເມີນຜົນການກໍ່ສ້າງ; ມີທັກສະໃນການຄົ້ນຄວ້າວິ​ໄຈ ແລະ ມີຄວາມສາມາດໃນການບໍລິຫານ ແລະ ຄຸ້ມຄອງການກໍ່ສ້າງຂົວ-ທາງ ​ແລ​ະ ສາມາດ​ຮ່ວມມື​ກັບ​ສາກົນ​ໄດ້.

ເປັນນັກວິຊາການຮັບຜິດຊອບການ ຄຸ້ມຄອງ, ສໍາ​ຫຼວດ, ອອກ​ແບບ, ຄຸມ​ງານ, ກວດກາ ກໍ່ສ້າງເສັ້ນທາງຄົມມະນາຄົມ, ການກໍ່ສ້າງຂົວ ແລະ ອື່ນໆ ຕາມບໍລິສັດກໍ່ສ້າງຂົວ-ທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ຕະຫຼອດເຖິງທຸກພະແນກ ທີ່ພົວພັນກ່ຽວກັບວຽກງານໂຍທາ ໃນຂັ້ນເມືອງ, ແຂວງ ແລະ ສາມາດ​ຮ່ວມ​ມື​ກັບ​ສາກົນ​ໄດ້.

ໝວດວິຊາພື້ນຖານສະເພາະ

  1. ວິສະວະກຳ​ຄອມ​ພິວ​ເຕີ
  2. ກົນ​ລະ​ສາດ​ທາດ​ແຫຼວ ​ແລະ ຊົນ​ລະ​ສາດ​ແຮງ​ນໍ້າ
  3. ກົນ​ລະ​ສາດ​ວິສະວະ​ກໍາ
  4. ບັນຊີ​ທົ່ວ​ໄປ
  5. ວິ​ສະ​ວະ​ກຳ​ສິ່ງ​ແວດ​ລ້ອມ
  6. ​ເລຂາ​ປະພັນ
  7. ​ແຕ້ມ​ວິສະວະກຳ
  8. ວິ​ເຄາະ​ໂຄງ​ສ້າງ
  9. ພາສາ​ອັງກິດ
  10. ​ແຄ​ຄູ​ລັດ​ວິສະວະ​ກໍາ

ໝວດ​ວິຊາ​ເລືອກ

  1. ການ​ອອກ​ແບບ​ທາງ​ລົດ​ໄຟ
  2. ການ​ອອກ​ແບບ​ອຸ​ໂມງ
  3. ການກວດ​ສອບ ​ແລະ ​ສ້ອມ​ແປງ​ຂົວ
  4. ການກວດ​ສອບ​ ​ແລະ ສ້ອມແປງ​ທາງ
  5. ວິສະວະ​ກໍາ​ຕ້ານ​ເຈື່ອນ

ໝວດ​ວິຊາ​ສະ​ເພາະ

  1. ອອກ​ແບບ​ຂົວ
  2. ອອກ​ແບບ​​ ແລະ ວາງ​ແລວ​ເສັ້ນທາງ
  3. ອອກ​ແບ​ບໂຄງ​ສ້າງ​ຊັ້ນ​ເສື້ອ​ທາງ
  4. ທາງ​ໃນ​ຕົວ​ເມືອງ
  5. ການ​ອອກ​ແບບ​ສະໜາມ​ບິນ
  6. ​ເຕັກນິກ​ການ​ກໍ່​ສ້າງ​ຂົວ
  7. ​ເຕັກນິກ​ການ​ກໍ່ສ້າງ​ທາງ
  8. ການ​ບໍລິຫານ​ການ​ກໍ່ສ້າງ
  9. ປະ​ເມີນ​ລາຄາ​ກໍ່ສ້າງ ​ແລະ ​ສັນຍາ
  10. ວິ​ສະ​ກຳ​ຈະລາຈອນ
  11. ວິສະວະກຳ​ຂົນ​ສົ່ງ
  12. ​ເຄື່ອງ​ຈັກ​ກໍ່ສ້າງ
  13. ວັດ​ສະດຸ​ທາງ​ຫຼວງ
  14. ການ​ອອກ​ແບບ​ຂົວ​ເຫຼັກ
  15. ​ເສດຖະສາດ​ວິສະວະກຳ
  16. ວິທີ​ການ​ວິ​​ໄຈ
  17. ວັດ​ສະ​ດຸ​ກໍ່ສ້າງ​ ​ແລະ ທົດ​ສອບ
  18. ກົນ​ລະ​ສາດ​ດິນ