ວິສະວະກຳໄຟຟ້າ

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ວິສະວະກຳໄຟຟ້າ ແມ່ນສາຂາໜຶ່ງຂອງວຽກງານວິສະວະກຳທີ່ພົວພັນກັບການຄວບຄຸມ, ນຳໃຊ້ ແລະ ອອກແບບ ລະບົບໄຟຟ້າ. ໄຟຟ້າ ແມ່ນປັດ​ໄຈສຳຄັນຫຼັກໃນການດຳລົງຊີວິດ ​ເພາະວ່າ ທຸກໆກິດຈະກຳໃນແຕ່ລະວັນຂອງຄົນ ລ້ວນແຕ່ຈະຕ້ອງນຳໃຊ້ໄຟຟ້າເພື່ອອຳນວຍຄວາມສະດວກເຊັ່ນ: ການສ້າງຄວາມສະຫວ່າງໃນຍາມກາງຄືນ, ການຕິດຕໍ່ສື່ສານ, ຕະຫຼອດເຖິງວຽກງານໃນໂຮງງານອຸດສາຫະກຳຕ່າງໆ ເຊິ່ງວິສະວະກຳໄຟຟ້ານີ້ຈະ​ຊ່ວຍໃນການສະໜອງໄຟຟ້າ ໃຫ້ຖືກນຳໃຊ້ໄດ້ຢ່າງທົ່ວເຖິງ ແລະ ປອດໄພ.

ສາຂານີ້ ຮຽນກ່ຽວກັບ​ຄວາມ​ຮູ້​ດ້ານໄຟຟ້າ​ກໍາລັງ​ຄື: ການນຳໃຊ້, ອອກແບບ, ຄວບຄຸມ, ບໍລິຫານ, ຄຸ້ມຄອງລະບົບໄຟຟ້າ ​ແລະ ການ​ແຈກ​ຈ່າຍ​ພະລັງງານ​ໄຟຟ້າ. ໃນນັ້ນ ນັກສຶກສາຈະໄດ້ຮຽນ ພື້ນຖານວິສະວະກຳໄຟຟ້າ ແລະ ອຸປະກອນໄຟຟ້າຕ່າງໆ; ການ​ທົດ​ລອງ​ອີເລັກ​ໂຕຣນິກ; ການ​ນໍາ​ໃຊ້ ​ໂປຣ​​ແກຣມຄອມ​ພິວ​ເຕີ​ເຂົ້າ​ໃນ​ການ​ຄວບ​ຄຸມລະບົບໄຟຟ້າ; ການຜັນປ່ຽນພະລັງງານ​ໄຟຟ້າ​ກົນ​ຈັກ; ການອອກແບບຕາຂ່າຍໄຟຟ້າ  ຕະຫຼອດເຖິງການຮຽນຮູ້ເຖິງການ​ປ້ອງ​ກັນ​ລະບົບ​ໄຟຟ້າ​ກໍາລັງ​ໃຫ້​ມີ​ຄວາມ​ປອດ​ໄພ.

ນັກສຶກສາຈະໄດ້ຮຽນທິດສະດີ ​ແລະ ມີການປະຕິບັດຕົວຈິງ ຢູ່​ພາຍ​ໃນ​ໂຮງຮຽນ ​ໂດຍ​ເລີ່​ມຈາກ​ພື້ນຖານ​ທີ່ກ່ຽວຂ້ອງກັບລະບົບໄຟຟ້າເຊັ່ນ: ການປ່ຽນຫຼອດໄຟ, ການ​ຕໍ່ປັກສຽບ, ການ​ເດີນ​ສາຍ​ໄຟ, ການປ່ຽນສາຍໄຟພາຍໃນ​ໂຮງຮຽນ; ນອກ​ນັ້ນ ກໍ່ມີການລົງຕົວ​ຈິງ​ຢູ່​ອຸດສາຫະກໍາ​ເຊັ່ນ: ການ​ຕໍ່ລຽນ-ຕໍ່ຂະໜານ, ການທົດລອງເຄື່ອງຈັກມໍເຕີໄຟຟ້າ, ທົດ​ລອງ​ຄວບ​ຄຸມ​ລະບົບໄຟຟ້າຕົວ​ຈິງ, ການເຊື່ອມຕໍ່ ​ແລະ ຕິດ​ຕັ້ງໄຟຟ້າຢູ່ຕາມໂຮງງານອຸດສາຫະກຳ, ສະຖານີໄຟຟ້າ ແລະ ເຂື່ອນໄຟຟ້າຕ່າງໆ.

ຄວາມ​ຮູ້ພື້ນຖານແໜ້ນ ທາງດ້ານຄະນິດສາດ ແລະ ຟິຊິກສາດ ​ເພາະວິຊາ​ຕ່າງໆ​ທີ່​ຈະ​ໄດ້​ຮຽນ ແມ່ນ​ຕ້ອງ​ໄດ້​ໃຊ້​ພື້ນຖານ​ຂອງ​ທັງ​ສອງ​ວິຊາ​ນີ້;  ມີ​ທັກ​ສະ ​ໃນ​ການ​ຄິດ​ໄລ່; ເປັນ​ຄົນ ມັກຄວາມທ້າທາຍ, ມັກການເຮັດວຽກນອກສະຖານທີ່, ມັກການປະຕິບັດຕົວຈິງ; ແລະ ມີຄວາມສົນໃຈ ​ໃນກົນ​ໄກ​ການ​ເຮັດ​ວຽກຂອງລະບົບໄຟຟ້າ ​ແລ​ະ ອຸປະກອນ​ໄຟຟ້າ.

ມີຄວາມສາມາດໃນການບໍລິຫານ​ລະບົບ​ໄຟຟ້າ; ສາມາດອອກແບບຕາຂ່າຍໄຟຟ້າ; ສາມາດຕິດຕັ້ງລະບົບໄຟຟ້າໄດ້ ໃນອາຄານບ້ານເຮືອນ; ສາມາດຄວບຄຸມສະຖານີໄຟຟ້າ ​ແລະ ການ​ຈ່າຍ​ພະລັງງານ​ໄຟຟ້າ; ມີທັກ​ສະ​ໃນ​ການວິ​ເຄາະ​ລະບົບ​ໄຟຟ້າ​ກໍາລັງ; ​ແລະ ຮູ້ວິທີ​ການ ​​ໃນ​ການຄວບຄຸມລະບົບໄຟຟ້າໃຫ້ມີຄວາມປອດໄພ ແລະ ທົ່ວເຖິງ.

​ເປັນນັກວິສະວະກອນ​ໄຟຟ້າ​ກໍາລັງ ທີ່​ກ່ຽວຂ້ອງ​ກັບ​ການ​ຄວບ​ຄຸມ, ບໍລິຫານ ​ແລະ ອອກແບບ ລະບົບ​ໄຟ​ຟ້າ, ຕາຂ່າຍໄຟຟ້າ ​ແລະ ​ການຄວບຄຸມຄວາມປອດໄພຂອງລະບົບໄຟຟ້າ; ​ແລະ ເປັນທີ່ປຶກສາດ້ານ​ວິສະວະ​ກໍາ​ໄຟຟ້າກໍາລັງ ຕາມສະຖານີໄຟຟ້າຕ່າງໆ, ຫ້ອງການໄຟຟ້າລາວ, ກະຊວງພະລັງງານ ​ແລະ ບໍ່ແຮ່, ບໍລິສັດຕິດຕັ້ງໄຟຟ້າ  ​ແລະ ໂຮງຈັກໂຮງງານຕ່າງໆ.

ໝວດວິຊາພື້ນຖານຂອງວິຊາສະເພາະ

  1. ພື້ນຖານວິສະວະກຳໄຟຟ້າ
  2. ວິສະວະກຳສິ່ງແວດລ້ອມ
  3. ​ເລກ​ວິສະວະ​ກໍາ​ໄຟຟ້າ
  4. ເລກສະຖິຕິ ແລະ ສະຖິຕິສຳລັບວິສະວະກຳ
  5. ຄວາມທົນທານວັດສະດຸ
  6. ທົດລອງທິດສະດີວົງຈອນ 
  7. ກົນ​ລະ​ສາດ​ວິສະວະ​ກໍາ
  8. ໂປຣແກຣມຄອມພິວເຕີ 
  9. ທົດລອງການວັດແທກ ແລະ ເຄື່ອງມືວັດແທກໄຟຟ້າ
  10. ອຸປະກອນໄຟຟ້າ
  11. ທົ່ງ ​ແລະ ຄື້ນ​ແມ່​ເຫຼັກ​ໄຟຟ້າ

ໝວດວິຊາສະເພາະບັງຄັບ

  1. ວິສະວະກຳວັດສະດຸໄຟຟ້າ
  2. ທົດລອງອີເລັກໂຕນິກ 
  3. ແສງສະຫວ່າງ (illumination)
  4. ວິສະວະ​ກໍາ​ບໍລິຫານ
  5. ການຜັນປ່ຽນພະລັງງານໄຟຟ້າກົນຈັກ 
  6. ທົດລອງການຜັນປ່ຽນພະລັງງານໄຟຟ້າກົນຈັກ 
  7. ດີຈີຕອລອີເລັກໂຕນິກ
  8. ສະຖານີ ແລະ ສະຖານີຍ່ອຍໄຟຟ້າ
  9. ໂຄງການສະຖານີ ແລະ ສະຖານີຍ່ອຍໄຟຟ້າ
  10. ວິເຄາະລະບົບໄຟຟ້າກຳລັງ 
  11. ອີເລັກໂຕນິກກຳລັງ
  12. ທົດລອງການປ້ອງການລະບົບໄຟຟ້າກຳລັງ
  13. ການບັນຊາໄຟຟ້າ
  14. ລະບົບ​ຄວບ​ຄຸມ
  15. ວິສະວະ​ກໍາ​ຄວາມ​ປອດ​ໄພ
  16. ການ​ປ້ອງ​ກັນ​ລະບົບ​ໄຟຟ້າ​ກໍາລັງ

ໝວດວິຊາສະເພາະເລືອກບັງຄັບ

  1. ການອອກແບບລະບົບໄຟຟ້າກຳລັງ
  2. ການຄິດໄລ່ກົນລະສາດຂອງສາຍສົ່ງ
  3. ການຄວບຄຸມແບບອັດຕະໂນມັດໃນໂຮງງານອຸດສາຫະກຳ
  4. ວິສະວະກຳໄຟຟ້າແຮງສູງ
  5. ພະລັງງານໃໝ່