ວິສະວະກຳເອເລັກໂຕນິກ

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ວິສະວະກຳອີເລັກໂຕນິກ ​ແມ່ນ​ການສືກສາ ແລະ ​ນໍາ​ໃຊ້​ອຸປະກອນ​ອີ​ເລັກ​ໂຕນິກ​ເຂົ້າ​ໃນ​ການ​ອອກ​ແບບ​ວົງ​ຈອນ ​ໃຫ້​ສາມາດ​ທໍາ​ງານ​ໄດ້​ຕາມ​ຄວາມ​ຕ້ອງການ​ເຊັ່ນ ລະບົບ​ຄວບ​ຄຸມ​ໄຟ​ຈະລາ​ຈອນ, ປ້າຍ​ໂຄສະນາ LED ​ເຄື່ອນ​ໄຫວ, ລະບົບ​ສາຍ​ການ​ຜະລິດ​ໃນ​ໂຮງງານຕ່າງໆ. ​ໃນ​ທຸກໆລະບົບ​ຂອງ​ເຄື່ອງ​ໃຊ້​ໄຟຟ້າ, ລະບົບ​ຄວບ​ຄຸມ​ອັດຕະ​ໂນ​ມັດ ​ແມ່ນ​ຈະ​ຕ້ອງ​ມີວົງ​ຈອນ​ອີ​ເລັກ​ໂຕນິກປະກອບ​ເຂົ້ານໍາ ບໍ່ວ່າ​ຈະ​ເປັນ​ການ​ປະຢັດ​ພະລັງງານ ​ແລະ ສາມາດນໍາ​ໃຊ້​ໄດ້​ສະດວກ​ສະບາຍ.

ຮຽນກ່ຽວກັບຄຸນລັກສະນະພື້ນຖານ, ການ​ທໍາ​ງານ ແລະ ການປະຍຸກໃຊ້ງານອຸປະກອນສານ​ເຄິ່ງຕົວ​ນໍາ ​ເພື່ອ​ປະກອບ​ເຂົ້າ​ເປັນ​ວົງ​ຈອນ​ອີ​ເລັກ​ໂຕນິກ ທີ່ສາມາດທໍາງານໄດ້ຕາມຄວາມຕ້ອງການ ປະຢັດພະລັງງານ ທັນສະໄໝ ອັດຕະໂນມັດ ແລະ ເພີ່ມປະສິດທິພາບການທໍາງານໃຫ້ກັບລະບົບ ເຊັ່ນ: ລະບົບເຕືອນອັກຄີໄພ, ລະບົບເກັບກໍາຂໍ້ມູນ, ລະບົບການກະເສດແບບໃໝ່, ຫຸ່ນຍົນ, ລະບົບສາຍພານການລໍາລຽງໃນໂຮງງານ, ສັນຍານກັນຂະໂມຍ ແລະ ອື່ນໆ.

ຮຽນທິດສະດີພື້ນຖານໂດຍລວມ ກ່ອນຮຽນການອອກແບບລະດັບຂັ້ນສູງ. ຫຼັງຈາກນັ້ນ ຈະກ້າວເຂົ້າສູ່ການປະຕິບັດຕົວຈິງ​ເຊັ່ນ: ອອກ​ແບບ​ວົງ​ຈອນ​ອີ​ເລັກ​ໂຕນິກ, ຕໍ່ວົງ​ຈອນ ​ແລະ ທົດ​ສອບການ​ທໍາ​ງານ, ແຕ້ມແບບແຜນວົງຈອນ, ຂຽນໂປຣແກຣມຄວບຄຸມ ແລະ ທົດສອບຢ່າງລະອຽດກ່ອນທີ່ຈະນໍາໄປທົດລອງຕິດຕັ້ງຕົວຈິງ. ນັກສຶກສາປີ​ສຸດ​ທ້າຍຍັງຈະໄດ້ເຮັດວຽກເປັນກຸ່ມເພື່ອປະດິດໂຄງງານເຊັ່ນ: ສ້າງລະບົບຄວບຄຸມຜ່ານອິນເຕີເນັດ ຫຼື ມືຖື, ເຄື່ອງມືວັດແທກ, ເຄື່ອງມືກວດຈັບ, ແລະ ອື່ນໆ ທີ່ສາມາດນໍາໃຊ້ເຂົ້າໃນການຮັບໃຊ້ສັງຄົມ.

ຄວາມຮູ້ພື້ນຖານທາງດ້ານວິຊາວິທະຍາສາດເປັນຕົ້ນແມ່ນ ຄະນິດສາດ ​ແລະ ຟິຊິກສາດ; ເປັນຄົນທີ່ມີຄວາມຢາກຮູ້ຢາກເຫັນໃນການການເຮັດວຽກຂອງອຸປະກອນອີເລັກໂຕນິກ, ມີແນວຄິດຢາກປະດິດສ້າງອັນໃດອັນໜຶ່ງດ້ວຍວົງຈອນອີເລັກໂຕນິກ, ມັກທົດລອງ ແລະ ທ້າທາຍໃນສິ່ງໃໝ່, ມີແນວຄິດສ້າງສັນ ແລະ ມັກໃນການຄິດໄລ່.

ມີທັກສະໃນການອອກແບບວົງຈອນອີເລັກໂຕນິກ, ສາມາດຂຽນໂປຣແກຣມຄວບຄຸມລະບົບອັດຕະໂນມັດຕ່າງໆ, ສາມາດຕິດຕັ້ງໄຟຟ້າໃນອາຄານ, ສາມາດສ້ອມແປງອຸປະກອນໄຟຟ້າຕ່າງໆເຊັ່ນ: ແອເຢັນ ຕະຫຼອດເຖິງການຂຽນໂປຣແກຣມຄວບຄຸມທີ່ຖືກນຳໃຊ້ໃນໂຮງຈັກໂຮງງານອຸດສາຫະກຳຕ່າງໆ.

ສາມາດປະກອບ​ອາຊີບເປັນ ຜູ້ຄວບຄຸມລະບົບອັດຕະໂນມັດໃນໂຮງຈັກ, ໂຮງງານ; ເປັນຊ່າງເຕັກນິກທີ່ຮັບຜິດຊອບເບິ່ງແຍງດູແລ, ສ້ອມແປງ ເຄື່ອງອີເລັກໂຕນິກຢູ່ສະໜາມບິນ, ເປັນຜູ້ຊ່ຽວຊານໃນການອອກແບບຕາຂ່າຍໄຟຟ້າ ແລະ ສາມາດປະກອບທຸລະກິດທາງດ້ານການສ້ອມແປງຄອມພິວເຕີ, ເຄື່ອງອີເລັກໂຕນິກ ​ແລະ ເປັນອາຈານສອນ​ໃນສາຂາ​ທີ່​ກ່ຽວຂ້ອງ.

  • ໝວດວິຊາພື້ນຖານຂອງວິຊາສະເພາະ
  1. ພາສາອັງກິດສຳລັບວິສະວະກຳ 
  2. ຄອມພິວເຕີເບື້ອງຕົ້ນ
  3. ທິດສະດີວົງຈອນໄຟຟ້າ
  4. ພື້ນຖານ​ອີເລັກໂຕນິກ
  5. ໂປຣແກຣມຄອມພິວເຕີ 
  6. ວິສະວະກຳອີເລັກໂຕນິກ
  7. ການວັດແທກ ແລະ ເຄື່ອງວັດແທກໄຟຟ້າ
  8. ການທົດລອງທາງວິສະວະກຳ 
  • ໝວດວິຊາສະເພາະ
  1. ການອອກແບບວົງຈອນດິຈິຕອນ
  2. ເຕັກໂນໂລຊີເວັບ
  3. ການຕິດຕັ້ງໄຟຟ້າ
  4. ການແປງພະລັງງານ 
  5. ຫຼັກການລະບົບສື່ສານ
  6. ເຄືອຂ່າຍຄອມພິວເຕີ
  7. ວິສະວະກຳລະບົບຄວບຄຸມ
  8. ອີເລັກໂຕນິກອຸດສະຫະກຳ
  9. ຝຶກງານອຸດສະຫະກຳ
  10. ການເຊື່ອມຕໍ່ໄມໂຄຣໂປຣເຊັດເຊີ້

ໝວດວິຊາເລືອກ

  1. ການຈຳລອງວົງຈອນດິຈິຕອນ
  2. ດິຈິຕອນອີເລັກໂຕນິກ
  3. ເຕັກນິກການກຳຈັດສັນຍານລົບກວນ
  4. ສະຖານີ ແລະ ອຸປະກອນໄຟຟ້າ
  5. ການອອກແບບລະບົບໄຟຟ້າ
  6. ເຊວແສງອາທິດ
  7. ອີເລັກໂຕນິກທາງແສງ
  8. ວິທະຍາການຫຸ່ນຍົນ ແລະ ປັນຍາປະດິດ
  9. ຄອມພິວເຕີຊ່ວຍໃນການອອກແບບ ແລະ ການຜະລິດ
  10. ລະບົບຂໍ້ມູນຂ່າວສານເພື່ອການຈັດການ
  11. ລະຫັດຄວາມປອດໄພ
  12. ທິດສະດີການເຂົ້າລະຫັດ ແລະ ການໃຊ້ງານ