ວິສະວະກຳສິ່ງແວດລ້ອມ

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ວິສະວະກຳສິ່ງແວດລ້ອມ ໝາຍເຖິງ ການນຳໃຊ້ຄວາມຮູ້ທາງດ້ານວິສະວະກຳເຂົ້າໃນອອກ​ແບບ ​ແລະ ກໍ່ສ້າງ​ ​ເພື່ອປະເມີນຜົນກະທົບ ​ແລະ ແກ້ໄຂບັນຫາທາງສິ່ງແວດລ້ອມ ລວມ​ໄປ​ເຖິງການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ. ສາຂານີ້ມີຄວາມສຳຄັນຫຼາຍຕໍ່ການຮັບມືກັບບັນຫາສິ່ງແວດລ້ອມ ເຊັ່ນ: ບັນຫາໂລກຮ້ອນ, ໄພແຫ້ງແລ້ງ, ນໍ້າຖ້ວມ, ບັນຫານ້ຳເປື້ອນ, ຂີ້ເຫຍື້ອ ແລະ ບັນຫາອື່ນໆ ທີ່ສົ່ງຜົນກະທົບດ້ານລົບໂດຍກົງຕໍ່ການດຳລົງຊີວິດຂອງຄົນ​ເຮົາ.

ຮຽນກ່ຽວກັບ ຄວາມ​ຮູ້​ດ້ານ​ວິສະວະ​ກໍາ  ແລະ ສິ່ງ​ແວດ​ລ້ອມ;  ການ​ອອກ​ແບບ​ທາງ​ວິສະວະ​ກໍາ​ເພື່ອຊອກຫາວິທີທາງໃນການຮັບມື, ແກ້ໄຂ ແລະ  ປະເມີນຜົນກະທົບຂອງ​ກິດຈະ​ກໍາ​ຂອງ​ການພັດທະນາຕໍ່ສິ່ງແວດລ້ອມເຊັ່ນ: ໂຄງການສ້າງເຂື່ອນໄຟຟ້ານ້ຳຕົກ, ໂຄງການຂຸດຄົ້ນບໍ່ແຮ່, ໂຄງການກໍ່ສ້າງອາຄານ ​ແລະ ຖະໜົນຫົນທາງ; ການອອກແບບລະບົບບຳບັດນ້ຳ, ລະບົບ​ນໍ້າປະປາ, ການລະບາຍນໍ້າເສຍ, ການກຳຈັດສິ່ງເສດເຫຼືອ, ການຄຳນວນລະບົບພືດສີຂຽວໃຫ້ມີຄວາມສົມດຸນ ແລະ ອື່ນໆ.

ວິທີການສິດສອນ​ແມ່ນ ຜ່ານ​ການຮຽນຮູ້ຢ່າງເລິກເຊິ່ງທາງດ້ານທິດສະດີ ຄຽງຄູ່ກັບການປະຕິບັດຕົວຈິງໃນຫ້ອງທົດ​ລອງ ເຊັ່ນ: ການທົດລອງການໄຫຼຂອງນ້ຳ ​ແລະ ການ​ສໍາ​ຫຼວດວັດ​ແທກ; ມີ​ການ​ສົນທະນາ​ເພື່ອ​ວິ​ເຄາະ​ບັນຫາ​ສິ່ງ​ແວດ​ລ້ອມ​ທີ່​ເກີດ​ຂຶ້ນ​ໃນ​ປັດຈຸບັນ ພ້ອມ​ດ້ວຍ​ວິທີ​ທາງ​ແກ້​ໄຂ; ​ຂຽນບົດ​ລາຍ​ງານ​ ​ໂດຍ​ອີງ​ຕາມ​ຫົວ​ຂໍ້​ໃນ​ແຕ່​ລະວິ​ຊາ​ທີ່​ກ່ຽວຂ້ອງ; ໄປທັດສະນະສຶກສາ ຢູ່ຕາມເຂື່ອນຕ່າງໆ; ແລະ ມີການເຝິກງານ​ເພື່ອ​ຮຽນຮູ້ໜ້າວຽກ​ໃນສະໜາມຕົວຈິງ.

ຄວາມຮູ້ພື້ນຖານທາງດ້ານວິຊາ ວິທະຍາສາດທຳມະຊາດໂດຍສະເພາະແມ່ນ ຄະນິດສາດ, ເຄມີສາດ, ຊີວະສາດ ແລະ ຟີ​ຊິກ​ສາດ; ເປັນຄົນ ມັກ​ການທົດ​ລອງ, ​ມັກການເຮັດວຽກຕົວຈິງ, ​​ແລະ ມັກການແກ້ໄຂ; ມີທັກ​ສະ ​ໃນ​ການ​ວິ​ເຄາະ ແລະ ມີຄວາມສົນໃຈໃນລະບົບນິເວດວິທະຍາ ​ແລະ ໃສ່​ໃຈ​​ໃນສິ່ງ​ແວດ​ລ້ອມ.

ຮູ້​ວິທີ​ການ ປະເມີນຜົນກະທົບຂອງການກໍ່ສ້າງ ຕໍ່ກັບສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງຄົນ; ທັກ​ສະ​ໃນ​ການຄຸ້ມຄອງ, ອອກແບບ ແລະ ວິໄຈ ຊັບພະຍາກອນນ້ຳ, ລະບົບ​ບໍາບັດ​ນໍ້າ, ລະບາຍ​ນໍ້າ ແລະ ກຳຈັດສິ່ງເສດເຫຼືອ; ສາມາດວາງແຜນຜັງເມືອງສິ່ງແວດລ້ອມ, ນ້ຳສະອາດໃນຊົນນະບົດ ​ແລະ ຄຳນວນ ລະບົບພືດສີຂຽວໃຫ້ສົມດຸນ.

ສາມາດເປັນນັກວິສະວະກອນສິ່ງແວດລ້ອມ, ເປັນຜູ້ຄຸມໂຄງການ ​ແລະ ນັກວິຊາການ ທີ່ໃຫ້ຄຳປຶກສາ ກ່ຽວກັບການປະເມີນຜົນກະທົບຂອງການກໍ່ສ້າງ​ຕໍ່ກັບສິ່ງແວດລ້ອມ ​ແລະ ອອກ​ແບບ​ລະບົບ​ໃນ​ການ​ຈັດການສິ່ງ​ແວດ​ລ້ອມໃນບໍລິສັດກໍ່ສ້າງ, ໜ່ວຍງານສິ່ງແວດລ້ອມຂອງບັນດາກະຊວງ ແລະ ຂະແໜງການຕ່າງໆ ທີ່ກ່ຽວຂ້ອງ.

ໝວດວິຊາພື້ນຖານຂອງວິຊາສະເພາະ

  1. ຊີວະວິທະຍາ
  2. ເລຂາປະພັນ
  3. ສະຖິຕິພື້ນຖານ
  4. ແຕ້ມແບບວິສະວະກຳ
  5. ຝຶກງານຢູ່ໂຮງງານຊ່າງ
  6. ພື້ນຖານວິສະວະກຳໄຟຟ້າ
  7. ວິເຄາະໂຄງສ້າງ
  8. ວິສະວະກຳຮາກຖານ
  9. ອອກແບບເບຕົງເສີມເຫຼັກ

ໝວດວິຊາສະເພາະ

  1. ທໍລະນີວິສະວະກຳ
  2. ກົນລະສາດດິນ
  3. ສຳຫຼວດວັດແທກ 
  4. ວັດສະດຸວິສະວະກໍາ
  5. ວິທະຍາສາດສິ່ງແວດລ້ອມ
  6. ພື້ນຖານວິສະວະກໍາສິ່ງແວດລ້ອມ
  7. ຊີວະວິທະຍາວິສະວະກໍາສິ່ງແວດລ້ອມ
  8. ຊົນລະສາດ
  9. ວິສະວະກຳນ້ຳໃຕ້ດິນ
  10. ວິສະວະກຳອຸທົກວິທະຍາ
  11. ທົດລອງເຄມີວິສະວະກຳສິ່ງແວດລ້ອມ
  12. ວິສະວະກຳຊົນລະສາດ
  13. ການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອ
  14. ບໍລິຫານການກໍ່ສ້າງ
  15. ໂຄງການວິຊາວິສະວະກຳນ້ຳປະປາ
  16. ກົດໝາຍສິ່ງແວດລ້ອມ
  17. ມົນລະພິດທາງອາກາດ ແລະ ການຄວບຄຸມ
  18. ວິສະວະກໍາລະບາຍນໍ້າ
  19. ການຄຸ້ມຄອງສິ່ງແວດລ້ອມ

ວິສະວະກໍາສິ່ງແວດລ້ອມຕົວເມືອງ

ມົນລະພິດທາງອາກາດ ແລະ ການຄວບຄຸມ

ວິສະວະກໍານໍ້າເປື້ອນ

ນໍ້າສະອາດຊົນນະບົດ ແລະ ອະນາໄມສິ່ງແວດລ້ອມ