ວິສະວະກຳໄຟຟ້າພະລັງງານນ້ຳ
ວິສະວະກຳໄຟຟ້າພະລັງງານນ້ຳແມ່ນ ສາຂາໜຶ່ງຂອງວິສະວະກຳໄຟຟ້າ ທີ່ລົງເລິກ ສະເພາະເຈາະຈົງທາງດ້ານການຈັດການກ່ຽວກັບການຜະລິດພະລັງງານຂອງເຂື່ອນໄຟຟ້ານ້ຳຕົກ. ເນື່ອງຈາກວ່າ ປັດຈຸບັນ ອຸດສາຫະກຳພະລັງງານນໍ້າ ໄດ້ກາຍມາເປັນຂະແໜງການທີ່ສ້າງລາຍໄດ້ໃຫ້ແກ່ປະເທດເຮົາ ສະນັ້ນ ຄວາມຕ້ອງການທາງດ້ານບຸກຄະລາກອນທີ່ຈະມາຮັບໃຊ້ການຜະລິດ ແລະ ຄວບຄຸມໄຟຟ້າຈຶ່ງສູງຂຶ້ນເລື້ອຍໆ ບົນພື້ນຖານການຂະຫຍາຍຕົວຂອງເສດຖະກິດສັງຄົມ ແລະ ຄວາມຕ້ອງການຂອງການນຳໃຊ້ໄຟຟ້າທີ່ສູງຂື້ນ.
ສາຂານີ້ ຮຽນກ່ຽວກັບການບໍລິຫານຈັດການ ການຜະລິດພະລັງງານ ເຂື່ອນໄຟຟ້ານ້ຳຕົກ; ວິທີການໃນການຄວບຄຸມໜ້າວຽກຕ່າງໆຂອງເຂື່ອນ; ຄວາມຮູ້ກ່ຽວກັບເຂື່ອນໄຟຟ້າພະລັງນໍ້າເຊັ່ນ: ການວັດແທກລະດັບນໍ້າໄຫຼ ແລະ ຄວາມສູງຂອງອ່າງ. ນອກຈາກນັ້ນ ນັກສຶກສາ ຍັງຈະໄດ້ຮຽນຮູ້ກ່ຽວກັບ ວິສະວະກໍາໄຟຟ້າກໍາລັງ ແລະ ວິສະວະກໍາສິ່ງແວດລ້ອມ, ຄຸນນະພາບຂອງນໍ້າ, ການຜັນປ່ຽນພະລັງງານໄຟຟ້າກົນຈັກ ຕະຫຼອດເຖິງການນໍາໃຊ້ ໂປຣແກຣມຄອມພິວເຕີ ເຂົ້າໃນການຄວບຄຸມລະບົບໄຟຟ້າ.
ວິທີການສອນ ມີການຮຽນທິດສະດີ ໂດຍເນັ້ນໃສ່ການປະຕິບັດຕົວຈິງເຊັ່ນ: ການປະຕິບັດໃນຫ້ອງທົດລອງເປັນຕົ້ນແມ່ນ ຮຽນຈາກເຄື່ອງຈໍາລອງການຜະລິດຂອງເຂື່ອນໄຟຟ້າພະລັງນໍ້າ; ການທົດລອງການວັດແທກໄຟຟ້າ, ທິດສະດີວົງຈອນ, ທົດລອງໂປຣແກຣມຄອມພິວເຕີ, ທົດລອງລະບົບຄວບຄຸມຕ່າງໆ; ຫຼັງຈາກນັ້ນນັກສຶກສາຈະໄດ້ລົງເຝິກງານຕາມເຂື່ອນໄຟຟ້າຕ່າງໆ ເພື່ອຮຽນຮູ້ການຄວບຄຸມບໍລິຫານການນຳໃຊ້ເຄື່ອງຈັກຜະລິດໄຟຟ້າ ແລະ ໜ້າວຽກຕ່າງໆທີ່ກ່ຽວຂ້ອງ ໃນເຂື່ອນໄຟຟ້ານັ້ນໆ.
ໝວດວິຊາພື້ນຖານຂອງວິຊາສະເພາະ
- ພື້ນຖານວິສະວະກໍາໄຟຟ້າ
- ວິສະວະກໍາສິ່ງແວດລ້ອມ
- ເລກວິສະວະກໍາໄຟຟ້າ
- ກົນລະສາດວິສະວະກໍາ
- ເລກສະຖິຕິ ແລະ ສະຖິຕິສໍາລັບວິສະວະກໍາ
- ຄວາມທົນທານວັດສະດຸ
- ທິດສະດີວົງຈອນ
- ທົ່ງ ແລະ ຄື້ນແມ່ເຫຼັກໄຟຟ້າ
- ໂປຣແກຣມຄອມພິວເຕີ
- ການວັດແທກ ແລະ ເຄື່ອງມືວັດແທກໄຟຟ້າ
- ອຸປະກອນໄຟຟ້າ
- ໝວດວິຊາສະເພາະບັງຄັບ
- ວິສະວະກໍາວັດສະດຸໄຟຟ້າ
- ແສງສະຫວ່າງ
- ວິສະວະກໍາບໍລິຫານ
- ການຜັນປ່ຽນພະລັງງານໄຟຟ້າກົນຈັກ
- ດິຈິຕອລອີເລັກໂຕນິກ
- ລະບົບຄວບຄຸມ
- ສະຖານີໄຟຟ້າ ແລະ ສະຖານີຍ່ອຍໄຟຟ້າ
- ໂຄງການສະຖານີໄຟຟ້າ ແລະ ສະຖານີຍ່ອຍໄຟຟ້າ
- ວິເຄາະລະບົບໄຟຟ້າກໍາລັງ
- ວິສະວະກໍາຄວາມປອດໄພ
- ການປ້ອງກັນລະບົບໄຟຟ້າກໍາລັງ
- ເຂື່ອນໄຟຟ້າພະລັງງານນໍ້າ
- ການຍົກຈັກ ແລະ ບໍາລຸງຮັກສາອຸປະກອນໄຟຟ້າພະລັງງານນໍ້າ
- ໂຄງການການຍົກຈັກ ແລະ ບໍາລຸງຮັກສາອຸປະກອນໄຟຟ້າພະລັງງານນໍ້າ
- ການຜະລິດ ແລະ ບໍລິຫານພະລັງງານ
- ກົນລະສາດທາດແຫຼວ
- ພະລັງງານໃໝ່
ໝວດວິຊາສະເພາະເລືອກ
- ການທໍາງານ ແລະ ການຄວບຄຸມລະບົບໄຟຟ້າ
- ອຸທົກກະສາດ ແລະ ການນໍາໃຊ້ທາດແຫຼວ
- ຄຸນນະພາບນໍ້າ
- ການປະເມີນຜົນກະທົບສິ່ງແວດລ້ອມ
Leave A Comment