ວິສະວະກຳໄຟຟ້າພະລັງງານນ້ຳ

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ວິສະວະກຳໄຟຟ້າພະລັງງານນ້ຳແມ່ນ ສາຂາໜຶ່ງຂອງວິສະວະກຳໄຟຟ້າ ທີ່ລົງເລິກ ສະເພາະເຈາະຈົງທາງດ້ານການຈັດການກ່ຽວກັບການຜະລິດພະລັງງານຂອງເຂື່ອນໄຟຟ້ານ້ຳຕົກ. ເນື່ອງຈາກວ່າ ປັດຈຸບັນ ອຸດສາຫະກຳພະລັງງານນໍ້າ ໄດ້ກາຍມາເປັນຂະແໜງການທີ່ສ້າງລາຍໄດ້ໃຫ້ແກ່ປະເທດເຮົາ ສະ​ນັ້ນ ຄວາມຕ້ອງການທາງດ້ານບຸກຄະລາກອນທີ່ຈະມາຮັບໃຊ້ການຜະລິດ ແລະ ຄວບຄຸມໄຟຟ້າຈຶ່ງສູງຂຶ້ນເລື້ອຍໆ ບົນພື້ນຖານການຂະຫຍາຍຕົວຂອງເສດຖະກິດສັງຄົມ ແລະ ຄວາມຕ້ອງການຂອງການນຳໃຊ້ໄຟຟ້າທີ່ສູງຂື້ນ.

ສາຂານີ້ ຮຽນກ່ຽວກັບການບໍລິຫານຈັດການ ການຜະລິດພະລັງງານ ເຂື່ອນໄຟຟ້ານ້ຳຕົກ; ວິທີການ​ໃນການຄວບຄຸມໜ້າວຽກຕ່າງໆຂອງເຂື່ອນ; ຄວາມ​ຮູ້​ກ່ຽວກັບ​ເຂື່ອນ​ໄຟຟ້າ​ພະລັງ​ນໍ້າ​ເຊັ່ນ: ການ​ວັດ​ແທກ​ລະດັບ​ນໍ້າ​ໄຫຼ ​ແລະ ຄວາມ​ສູງ​ຂອງ​ອ່າງ. ນອກຈາກນັ້ນ ນັກສຶກສາ ຍັງຈະໄດ້ຮຽນຮູ້ກ່ຽວກັບ ວິສະວະ​ກໍາ​ໄຟຟ້າກໍາລັງ  ​ແລະ ​ວິສະວະ​ກໍາສິ່ງແວດລ້ອມ, ຄຸນນະພາບຂອງນໍ້າ, ການຜັນປ່ຽນພະລັງງານໄຟຟ້າກົນຈັກ ຕະຫຼອດເຖິງການນໍາ​ໃຊ້​ ໂປຣ​ແກຣມຄອມ​ພິວ​ເຕີ ​ເຂົ້າ​ໃນ​ການຄວບຄຸມລະບົບໄຟຟ້າ.

ວິທີ​ການ​ສອນ ມີ​ການຮຽນທິດສະດີ ​ໂດຍ​ເນັ້ນ​ໃສ່​ການ​ປະຕິບັດ​ຕົວ​ຈິງ​ເຊັ່ນ: ​ການ​ປະຕິບັດ​ໃນ​ຫ້ອງທົດລອງ​ເປັນ​ຕົ້ນ​ແມ່ນ ຮຽນຈາກ​ເຄື່ອງ​ຈໍາລອງ​ການ​ຜະລິດ​ຂອງ​ເຂື່ອນ​ໄຟຟ້າ​ພະລັງ​ນໍ້າ; ການທົດລອງການວັດແທກໄຟຟ້າ, ທິດສະດີວົງຈອນ, ທົດລອງໂປຣແກຣມຄອມພິວເຕີ, ທົດລອງລະບົບຄວບຄຸມຕ່າງໆ; ຫຼັງຈາກນັ້ນນັກສຶກສາຈະໄດ້ລົງເຝິກງານຕາມເຂື່ອນໄຟຟ້າຕ່າງໆ ເພື່ອຮຽນຮູ້ການຄວບຄຸມບໍລິຫານການນຳໃຊ້ເຄື່ອງຈັກຜະລິດໄຟຟ້າ ແລະ ໜ້າວຽກຕ່າງໆທີ່ກ່ຽວຂ້ອງ ໃນເຂື່ອນໄຟຟ້ານັ້ນໆ.

ຄວາມ​ຮູ້ພື້ນຖານແໜ້ນທາງດ້ານ ຄະນິດ​ສາດ ​ແລະ ຟິຊິກສາດ; ເປັນຄົນ ທີ່ມັກ ຄວາມທ້າທາຍ, ມັກການຄິດໄລ່, ມັກການທົດລອງ, ມັກການເຮັດວຽກນອກສະຖານທີ່, ມັກການເຮັດວຽກປະຕິບັດຕົວຈິງ ​ແລະ ມີຄວາມອົດທົນ; ແລະ ມີຄວາມສົນໃຈ ກ່ຽວກັບ​ພະລັງງານ, ​ໄຟຟ້າ ​ແລະ ເຂື່ອນໄຟຟ້ານ້ຳຕົກ.

ມີ​ຄວາມສາມາດ​ ໃນ​ການບໍລິຫານ​ ການຜະລິດພະລັງງານຂອງ​ເຂື່ອນໄຟຟ້າເຊັ່ນ: ການຄິດໄລ່​ເຖິງ​ຄວາມ​ເໝາະສົມ​ຂອງການປ່ອຍ ແລະ ກັກນ້ຳ; ທັກ​ສະ​ ໃນ​ການ​ຄວບ​ຄຸມ​ເຄື່ອງ​ຈັກ​ຂອງ​ເຂື່ອນ​ໄຟຟ້ານໍ້າຕົກ; ຮູ້​ວິທີ​ການ​ໃນການຄວບຄຸມເຄື່ອງຈັກການຜະລິດໄຟຟ້າ ໃຫ້ມີຄວາມປອດໄພ ແລະ ຖືກນຳໃຊ້ຢ່າງຖືກຕ້ອງ ແລະ ເໝາະສົມ.

​ເປັນນັກວິສະວະກອນໄຟຟ້າພະລັງງານນ້ຳ; ​ແລະ ​ເປັນນັກວິຊາການຢູ່​ຕາມ ເຂື່ອນໄຟຟ້າຕ່າງໆ, ກະຊວງພະລັງງານ ແລະ ບໍ່ແຮ່ ຕະຫຼອດຮອດ​ ການ​ເປັນ ​ທີ່​ປຶກສາ ຢູ່ຕາມບໍລິສັດຕ່າງໆທີ່​ກ່ຽວຂ້ອງ. ນອກນັ້ນ, ນັກສຶກສາຍັງສາມາດ ປະກອບ​ອາຊີບ​ທີ່​ກ່ຽວຂ້ອງ​ກັບ​ການຕິດຕັ້ງໄຟຟ້າຕາມສະຖານີຕ່າງໆ ​​ແລະ ​ເປັນ​ອາຈານ​ສອນກໍ່ໄດ້.

ໝວດວິຊາພື້ນຖານຂອງວິຊາສະເພາະ

  1. ພື້ນຖານ​ວິສະວະ​ກໍາ​ໄຟຟ້າ
  2. ວິສະວະ​ກໍາ​ສິ່ງ​ແວດ​ລ້ອມ
  3. ​ເລກ​ວິສະວະ​ກໍາ​ໄຟຟ້າ
  4. ກົນ​ລະ​ສາດ​ວິສະວະ​ກໍາ
  5. ​ເລກ​ສະຖິຕິ ​ແລະ ສະຖິຕິ​ສໍາລັບ​ວິສະວະ​ກໍາ
  6. ຄວາມ​ທົນ​ທານ​ວັດ​ສະດຸ
  7. ທິດ​ສະ​ດີ​ວົງ​ຈອນ
  8. ທົ່ງ ​ແລະ ຄື້ນ​ແມ່​ເຫຼັກ​ໄຟຟ້າ
  9. ​ໂປຣແກ​ຣມຄອມ​ພິວ​ເຕີ
  10. ການ​ວັດ​ແທກ ​ແລະ ​ເຄື່ອງ​ມື​ວັດ​ແທກ​ໄຟຟ້າ
  11. ອຸປະກອນ​ໄຟຟ້າ
  12. ໝວດວິຊາສະເພາະບັງຄັບ
  13. ວິສະວະ​ກໍາ​ວັດ​ສະດຸ​ໄຟຟ້າ
  14. ​ແສງ​ສະຫວ່າງ
  15. ວິສະວະ​ກໍາ​ບໍລິຫານ
  16. ການ​ຜັນ​ປ່ຽນພະລັງງານ​ໄຟຟ້າ​ກົນ​ຈັກ
  17. ດິຈິ​ຕອລອີ​ເລັກ​ໂຕນິກ
  18. ລະບົບ​ຄວບ​ຄຸມ
  19. ສະຖານີ​ໄຟຟ້າ ​ແລະ ສະຖານີ​ຍ່ອຍ​ໄຟຟ້າ
  20. ​ໂຄງການສະຖານີ​ໄຟຟ້າ ​ແລະ ສະຖານີ​ຍ່ອຍ​ໄຟຟ້າ
  21. ວິ​ເຄາະ​ລະບົບ​ໄຟຟ້າ​ກໍາລັງ
  22. ວິສະວະ​ກໍາ​ຄວາມ​ປອດ​ໄພ
  23. ການ​ປ້ອງ​ກັນ​ລະບົບ​ໄຟຟ້າ​ກໍາລັງ
  24. ​ເຂື່ອນ​ໄຟຟ້າ​ພະລັງງານ​ນໍ້າ
  25. ການ​ຍົກ​ຈັກ ​ແລະ ບໍາລຸງ​ຮັກສາ​ອຸປະກອນ​ໄຟຟ້າ​ພະລັງງານ​ນໍ້າ
  26. ​ໂຄງການການ​ຍົກ​ຈັກ ​ແລະ ບໍາລຸງ​ຮັກສາ​ອຸປະກອນ​ໄຟຟ້າ​ພະລັງງານ​ນໍ້າ
  27. ​ການ​ຜະລິດ ​ແລະ ບໍລິຫານ​ພະລັງງານ
  28. ກົນ​ລະ​ສາດ​ທາດ​ແຫຼວ
  29. ພະລັງງານ​ໃໝ່

ໝວດວິຊາສະເພາະເລືອກ

  1. ການ​ທໍາ​ງານ ​ແລະ ການ​ຄວບ​ຄຸມ​ລະບົບ​ໄຟຟ້າ
  2. ອຸ​ທົກ​ກະສາ​ດ ​ແລະ ການ​ນໍາ​ໃຊ້​ທາດ​ແຫຼວ
  3. ຄຸນ​ນະພາ​ບນໍ້າ
  4. ການ​ປະ​ເມີນ​ຜົນ​ກະທົບ​ສິ່ງ​ແວດ​ລ້ອມ