ວິສະວະກຳອຸດສາຫະກຳ

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ວິສະວະກຳອຸດສາຫະກຳແມ່ນການຈັດການແລະບໍລິຫານການຜະລິດໃນອຸດສາຫະກຳ.ໃນແງ່ຂອງການລົງທຶນສາຂາວິຊານີ້ໝາຍເຖິງການວາງແຜນຂັ້ນຕອນການຜະລິດວ່າຈະຜະລິດຫຍັງ,ຜະລິດແນວໃດ,ຕະຫຼອດເຖິງການສຶກສາຈິດຕະສາດຂອງຜູ້ຜະລິດເພື່ອໃຫ້ມີປະສິດທິພາບໃນການເຮັດວຽກ. ວິຊານີ້ມີຄວາມສໍາຄັນໃນການເພີ່ມພູນການຜະລິດພາຍໃນເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ ເຊິ່ງເປັນການສ້າງເສດຖະກິດໃຫ້ມີຄວາມໝັ້ນຄົງ ແລະ ດີຂຶ້ນກ່ວາເກົ່າ.

ວິຊານີ້ເປັນການຮຽນຮູ້ກ່ຽວກັບວິທີການຜະລິດໂດຍກົງ, ການວາງແຜນ ແລະ ຄວບຄຸມການຜະລິດ, ການສຶກສາຄວາມເປັນໄປໄດ້
ຂອງໂຄງການການຜະລິດ, ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານທາງດ້ານວັດສະດຸວິສະວະກຳ, ວິເຄາະຕົ້ນທຶນ ແລະ ງົບປະມານອຸດສາຫະກໍາ, ບໍລິຫານຈັດການໆຜະລິດ, ການຕະຫຼາດສໍາລັບວິສະວະກອນ, ການອອກແບບຜະລິດຕະພັນໃດໜຶ່ງ. ນອກນັ້ນ ຍັງຈະໄດ້ຮຽນຮູ້ການວິໄຈ, ຄົ້ນຄວ້າບັນຫາຂອງສັງຄົມທີ່ກ່ຽວກັບຜະລິດຕະພັນຜ່ານການສັງເກດຄວາມຕ້ອງການຂອງຜູ້ບໍລິໂພກ.

ນັກສຶກສາຈະໄດ້ຮຽນທິດສະດີ 30% ແລະ ການລົງຕົວຈິງໃນຫ້ອງແລັບເພື່ອທົດລອງສຶກສາກ່ຽວກັບວັດສະດຸການຜະລິດ ແລະ ອຸດສາຫະກຳເຊັ່ນ: ການສັງເກດການປ່ຽນຮູບໂລຫະ (ເຜົາ, ຕັດ, ຊ່ຽນ), ເຊື່ອມຕໍ່ວັດຖຸເພື່ອໃຫ້ມີຄວາມເຂົ້າໃຈເລິກເຊິ່ງຕໍ່ກັບຄຸນ
ນະພາບຂອງວັດສະດຸກ່ອນທີ່ຈະນຳເຂົ້າໃຊ້ໃນຂັ້ນຕອນການຜະລິດ.ນອກຈາກນັ້ນນັກສຶກສາຍັງຈະໄດ້ລົງຝຶກງານໃນໂຮງງານຫຼອມໂລຫະ ແລະ ໂຮງງານອຸດສາຫະ​ກຳຕ່າງໆເພື່ອໄປຮູ້ຈັກກັບການຜະລິດຕົວຈິງ.

ຄວນມີຄວາມຮູ້ພື້ນຖານດ້ານວິຊາທຳມະຊາດ ບໍ່ວ່າຈະເປັນ ເລກ, ຟີຊິກສາດ ແລະ ເຄມີສາດ. ຕ້ອງເປັນຄົນມີຄວາມກະຕືລືລົ້ນ, ຊອກຮູ້ອັນໃໝ່ຕະຫຼອດເວລາ, ເປັນຄົນມັກຄິດ ແລະ ສັງເກດ ໂດຍສະເພາະແມ່ນວຽກງານທີ່ຕິດພັນກັບການຜະລິດສິນຄ້າ, ຄວນມີຄວາມອົດທົນ ແລະ ມີແນວຄິດສ້າງສັນ.

ຮູ້ວິທີການພັດທະນາສະພາບແວດລ້ອມໃນອົງກອນ ຫຼື ໂຮງຈັກໂຮງງານເຊັ່ນ: ການຝຶກອົບຮົມ ແລະ ຍົກລະດັບປະສິດທິພາບຂອງບຸກຄະລາກອນອັນເປັນພື້ນຖານໃນການສ້າງທັກສະໃນການເຮັດວຽກເປັນກຸ່ມ ແລະ ສັງເກດຄວາມຕ້ອງການຂອງຜູ້ຜະລິດ ແລະ ຜູ້ບໍລິໂພກໄດ້ດີ. ອີກ​ທັງມີ​ຄວາ​ມສາມາດຊີ້ນໍາການຈັດການ ແລະ ບໍລິຫານການຜະລິດ.

ເປັນນັກວິສະວະກອນຄວບຄຸມການຜະລິດໃນໂຮງງານອຸດສາຫະກຳໃນທຸກຂະແໜງການ, ນັບຕັ້ງແຕ່ອຸດສາຫະກຳເບົາ (ເຄື່ອງນຸ່ງ, ອາຫານ) ຈົນເຖິງອຸດສາຫະກຳໜັກ (ລົດ, ໂຮງງານ); ເປັນນັກວິຊາການຮັບຜິດຊອບການຈັດຝຶກອົບຮົມ, ຄຸມໂຄງການອຸດສາຫະກຳທັງໃນພາກລັດ ແລະ ເອກະຊົນ.

ໝວດວິຊາພື້ນຖານຂອງວິຊາສະເພາະ

  1. ຟີຊິກວິສະວະກຳ 
  2. ຄອມພິວເຕີພື້ນຖານ ແລະ ໂປຣແກຣມມິ້ງ
  3. ເຄມີສາດວິສະວະກຳ
  4. ເສດຖະສາດເບື້ອງຕົ້ນ ແລະ ການບັນຊີ
  5. ສະຖິຕິພື້ນຖານ
  6. ກົນລະສາດວິສະວະກຳ 
  7. ແຕ້ມແບບວິສະກຳ 
  8. ພື້ນຖານວິສະວະກຳໄຟຟ້າ
  9. ປະຕິບັດຊ່າງກົນ

ໝວດວິຊາສະເພາະ

  1. ພື້ນຖານການອອກແບບຊິ້ນສ່ວນເຄື່ອງຈັກ
  2. ທົດລອງອຸດສາຫະກຳ 
  3. ການວາງແຜນ ແລະ ຄວບຄຸມການຜະລິດ
  4. ວິສະວະກຳການຜະລິດ ແລະ ເຕັກໂນໂລຊີ 
  5. ອຸປະກອນ ແລະ ການເຮັດໃຫ້ເປັນອັດຕະໂນມັດ
  6. ການດຳເນີນງານວິໄຈ
  7. ການອອກແບບໂຮງງານ ແລະ ວາງແຜນຜັງອຸປະກອນ
  8. ການສຶກສາຄວາມເປັນໄປໄດ້ຂອງໂຄງການ
  9. ການສຶກສາ ແລະ ວິເຄາະງານອຸດສາຫະກຳ
  10. ວິສະວະກຳສິ່ງແວດລ້ອມ ແລະ ການຄວບຄຸມມົນລະພິດ
  11. ການບໍລິຫານອຸດສາຫະກຳ
  12. ຄວາມປອດໄພ ແລະ ການຄຸ້ມຄອງຄວາມສ່ຽງ
  13. ລະບົບການຜະລິດ ແລະ ການຄວບຄຸມວັດສະດຸໃນສາງ
  14. ວິເຄາະຕົ້ນທຶນ ແລະ ງົບປະມານທາງອຸດສາຫະກຳ
  15. ການປະກັນຄຸນນະພາບ ແລະ ການຄວບຄຸມ
  16. ໝວດວິຊາເລືອກ
  17. ການຕະຫລາດສຳລັບວິສະວະກອນ
  18. ການອອກແບບຜະລິດຕະພັນ
  19. ຫຸ່ນຍົນອຸດສະຫະກຳ
  20. ການໝູນໃຊ້ຄອມພິວເຕີເຂົ້າໃນງານອຸດສາຫະກຳ
  21. ວັດສະດຸພຣາດສຕິກ ແລະ ເຊີຣາມິກ