ຊົນລະປະທານ

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ການຊົນລະປະທານ ໝາຍເຖິງ ການບໍລິຫານນໍ້າ (ການກັກເກັບ, ຮັກສາ, ຄວບຄຸມ, ສົ່ງ, ລະບາຍ ຫຼື ແບ່ງນ້ຳ) ເພື່ອນຳໃຊ້ເຂົ້າໃນການກະເສດ, ການສ້າງພະລັງງານ, ວຽກງານອຸດສາຫະກຳ ແລະ ການປ້ອງກັນຄວາມເສຍຫາຍທີ່ອາດເກີດມາຈາກນ້ຳ, ການຄົມມະນາຄົມທາງນ້ຳທີ່ຢູ່ໃນເຂດພື້ນທີ່ຊົນລະປະທານ ແລະ ການບັນເທົາໄພນ້ຳຖ້ວມ ເຊິ່ງການຊົນລະປະທານ ຍັງມີຄວາມສໍາຄັນຕໍ່​ການສະໜອງນ້ຳໃຫ້ແກ່ການຜະລິດກະສິກຳ ອັນເປັນໜຶ່ງໃນແຫຼ່ງລາຍຮັບ ຂອງຊາດ.

ສາຂານີ້ຮຽນ ກ່ຽວກັບ ວຽກງານທາງດ້ານຊົນລະປະທານ ເພື່ອສະໜອງນ້ຳໃຫ້ແກ່ວຽກງານກະສິກໍາ ແລະ ອຸດສະຫະກຳເຊັ່ນ: ການອອກແບບຊົນລະປະທານລະດັບນ້ຳໄຮ່ນາ, ການວາງແຜນລະບົບແຈກຢາຍນ້ຳ, ການອອກແບບລະບົບຈັກສູບນ້ຳ, ລະບົບຊົນລະປະທານກັບສິ່ງແວດລ້ອມ, ການອອກແບບເຂື່ອນຂະໜາດນ້ອຍ, ການຫຼຸດຜ່ອນຄວາມສ່ຽງຕໍ່ໄພນໍ້າຖ້ວມຄຽງຄູ່ກັບການຮຽນຮູ້ວິທີການວິໄຈສະເພາະດ້ານ, ການແຕ້ມແຜນທີ່ພູມສາດ ແລະ ແຜນທີ່ໆດິນ ເປັນຕົ້ນ.

ນັກສຶກສາຈະໄດ້ຮຽນທິດສະດີພຶ້ນຖານ ກ່ຽວກັບວຽກງານວິສະວະກຳເຊັ່ນ: ທິດສະດີການສຳຫຼວດ, ການວິເຄາະໂຄງສ້າງ, ພື້ນຖານຄອມພິວເຕີ, ທໍລະນີສາດວິສະວະກຳ ແລະ ອື່ນໆ ເພື່ອໃຫ້ນັກສຶກສາມີຄວາມເຂົ້າໃຈ ກ່ຽວກັບ ສ່ວນປະກອບຂອງວັດສະດຸທີ່ຈະຖືກນຳໃຊ້ເຂົ້າວຽກງານຊົນລະປະທານ. ນັກສຶກສະຈະໄດ້ຮຽນພາກປະຕິບັດຕົວຈິງ ໂດຍຮຽນຮູ້ຜ່ານການທົດລອງຄວາມທົນທານຂອງເບຕົງ, ເຫຼັກ ແລະ ດິນ ພ້ອມທັງການທັດສະນະສຶກສາ ແລະ ຝືກງານຕາມເຂື່ອນຕ່າງໆ.

ມີຄວາມຮູ້ພື້ນຖານ ແໜ້ນດ້ານວິຊາຟີຊິກສາດ ແລະ ຄະນິດສາດ. ເປັນຄົນ ທີ່ມີຄວາມອົດທົນ ແລະ ມັກການເຮັດວຽກຕົວຈິງນອກສະຖານທີ່. ມີຄວາມສົນໃຈ ໃນການອອກແບບດ້ານວິສະວະກຳຕົວຢ່າງ ການອອກແບບຄອງເໝືອງ, ເຂື່ອນ, ຈັກສູບນໍ້າ, ຝາຍນ້ຳລົ້ນ ແລະ ການບໍລິຫານຈັດການນ້ຳຊົນລະປະທານເປັນພິເສດ.

ມີຄວາມສາມາດໃນການອອກແບບຊົນລະປະທານ; ຮູ້ຈັກການວາງແຜນໃນການແຈກຢາຍນ້ຳໃຫ້ທົ່ວເຖິງຕາມເນື້ອທີ່ນາທີ່ໄດ້ຄຳນວນ; ຮູ້ວິທີການລະບາຍນໍ້າ, ການແຕ້ມແຜນທີ່ ແລະ ການວັດແທກທີ່ດິນ; ຮູ້ຈັກນໍາໃຊ້ໂປຣແກຣມຄອມພິວເຕີທີ່​ກ່ຽວ​ພັນ​ກັບ​ການ​ອອກ​ແບບ ແລະ ສາມາດວາງແຜນຄຸ້ມຄອງໂຄງການແລະ ການບໍລິຫານການກໍ່ສ້າງຊົນລະປະທານ.

ເປັນນັກສຳຫຼວດ, ນັກວິຊາການ ຫຼື ນັກອອກແບບ ວັດແທກທີ່ດິນ ຫຼື ຊົນລະປະທານ. ເປັນພະນັກງານໃນພະແນກທີ່ກ່ຽວຂ້ອງກັບຊົນລະປະທານໃນຂັ້ນເມືອງ ແລະ ຂັ້ນແຂວງໃນທົ່ວປະເທດ. ສາມາດປະກອບທຸລະກິດເປັນຂອງຕົນເອງກ່ຽວກັບການສຳຫຼວດ ແລະ ອອກແບບການກໍ່ສ້າງຊົນລະປະທານ.

ໝວດວິຊາພື້ນຖານວິສະວະກຳ

  1. ພື້ນຖານຄອມພິວເຕີ
  2. ພື້ນຖານສະຖິຕິ
  3. ທໍລະນີວິສະວະກຳ
  4. ກົນລະສາດວິສະວະກຳ
  5. ກຳລັງຂອງວັດສະດຸ
  6. ວິເຄາະໂຄງສ້າງ
  7. ວັດສະດຸການກໍ່ສ້າງ
  8. ການຂຽນແບບວິສະວະກຳ
  9. ກົນລະສາດທາດແຫຼວ
  10. ຫຼັກການອຸທົກກະສາດ

ໝວດວິຊາສະເພາະ

  1. ໂປຣແກຣມຄອມພິວເຕີ
  2. ການອອກແບບຄອນກຼີດເສີມເຫຼັກ
  3. ການອອກແບບໂຄງສ້າງໄມ້ ແລະ ເຫຼັກ
  4. ເຄື່ອງມື ແລະ ກົນຈັກທີ່ໃຊ້ໃນການກໍ່ສ້າງຊົນລະປະທານ
  5. ການຫຼຸດຜ່ອນຄວາມສ່ຽງຕໍ່ໄພນ້ຳຖ້ວມ
  6. ລະບົບຊົນລະປະທານກັບສິ່ງແວດລ້ອມ
  7. ວິສະວະກຳລະບາຍນ້ຳ
  8. ການອອກແບບລະບົບຈັກສູບນ້ຳ
  9. ການອອກແບບອາຄານສົ່ງນ້ຳຊົນລະປະທານ
  10. ການອອກແບບຊົນລະປະທານລະດັບໄຮ່ນາ
  11. ການວາງແຜນ ແລະ ອອກແບບລະບົບແຈກຢາຍນ້ຳ
  12. ການອອກແບບເຂື່ອນຂະໜາດນ້ອຍ
  13. ການຈັດການນ້ຳໃນຊົນລະປະທານ
  14. ການສຶກສາ ແລະ ວິພາກເສດຖະກິດໂຄງການຊົນລະປະທານ
  15. ຫຼັກການການວິໄຈ
  16. ກົດໝາຍນ້ຳ, ນະໂຍບາຍ ແລະ ການບໍລິຫານການຈັດການນ້ຳຊົນລະປະທານ
  17. ການວາງແຜນຄຸ້ມຄອງໂຄງການ
  18. ການນ້ຳໃຊ້ໂປຣແກຣມຄອມພິວເຕີສຳຫຼັບໂຄງການຊົນລະປະທານ