ວິສະວະກຳກົນຈັກ

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ວິສະວະກຳກົນຈັກໝາຍເຖິງວຽກງານການຄຸ້ມຄອງ-ວາງແຜນ ການຜະລິດໃນວຽກງານກົນຈັກ. ໃນນັ້ນການອອກແບບກົນຈັກ, ເຕັກໂນໂລຊີພະລັງງານ ແລະ ວັດສະດຸ ແມ່ນວຽກງານໜຶ່ງທີ່ສຳຄັນທີ່ເຮັດໃຫ້ການຜະລິດສິນຄ້າມີຄຸນະພາບນັບຕັ້ງແຕ່ຫົວໜ່ວຍການຜະລິດພື້ນຖານຈົນເຖິງລະດັບໂຮງງານກົນຈັກທັນສະໄໝ ເຊິ່ງສະແດງໃຫ້ເຫັນວ່ານັກວິຊາການທາງດ້ານການຄຸ້ມຄອງ-ບໍລິຫານ ແລະ ການວາງແຜນການຜະລິດໃນວຽກງານກົນຈັກໃນລະດັບຕ່າງໆ ໃນຂອບເຂດທົ່ວປະເທດຍັງມີຄວາມຕ້ອງການສູງ.

ວິຊານີ້ຮຽນຮູ້ກ່ຽວກັບການຄຸ້ມຄອງບໍລິຫານກົນຈັກ, ເຕັກໂນໂລຊີ ພະລັງງານທົດແທນຕະຫຼອດເຖິງການຄິດຄົ້ນອອກແບບເຄື່ອງກົນຈັກປະເພດຕ່າງໆເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມເຊັ່ນ: ເຄື່ອງຈັກຕັດຫຍ້າ, ຈັກສູບນ້ຳ, ເຄື່ອງສ້າງພະລັງງານໄຟຟ້າ ແລະ ອື່ນໆ. ນອກຈາກນີ້ ນັກສຶກສາຍັງຈະໄດ້ຮູ້ຈັກ ການອອກແບບນຳໃຊ້ພະລັງງານໃຫ້​ເກີດປະໂຫຍດ, ຮຽນຮູ້ກ່ຽວກັບການນຳໃຊ້ວັດສະດຸເຂົ້າໃນການຜະລິດ ແລະ ການກໍ່ສ້າງ ຕະຫຼອດເຖິງ ການຮຽນຮູ້ ວິທີ​ສ້າງ ພະລັງງານທົດແທນ.

ຮູບແບບການຮຽນຂອງສາຂາວິສະວະກຳກົນຈັກ ແມ່ນນັກສຶກສາຈະໄດ້ຮຽນທິດສະດີ30%ແລະມີການລົງຕົວຈິງໃນຫ້ອງທົດລອງເພື່ອທົດລອງສຶກສາກ່ຽວກັບວັດສະດຸການຜະລິດ ແລະ ອຸດສາຫະກຳເຊັ່ນ: ການສັງເກດການປ່ຽນຮູບໂລຫະ (ເຜົາ, ຕັດ, ຊ່ຽນ),ເຊື່ອມຕໍ່ວັດຖຸເພື່ອໃຫ້ມີຄວາມເຂົ້າໃຈເລິກເຊິ່ງຕໍ່ກັບຄຸນນະພາບຂອງວັດສະດຸກ່ອນທີ່ຈະນຳເຂົ້າໃຊ້ໃນຂັ້ນຕອນການຜະລິດ.ນອກຈາກນັ້ນນັກສຶກສາຍັງຈະໄດ້ລົງຝຶກງານໃນໂຮງງານຫຼອມໂລຫະ,ໂຮງງານອຸດສາຫະກຳຕ່າງໆເພື່ອໃຫ້ຮູ້ຈັກກັບການຜະລິດໂຕຈິງ.

ມີຄວາມຮູ້ພື້ນຖານດ້ານວິຊາທຳມະຊາດ​ເຊັ່ນ:ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ. ຕ້ອງເປັນຄົນມີຄວາມກະຕືລືລົ້ນ, ຊອກຮູ້ອັນໃໝ່ຕະຫຼອດເວລາ,ເປັນຄົນມັກຄິດແລະມັກສັງເກດໂດຍສະເພາະແມ່ນວຽກງານທີ່ຕິດພັນກັບກົນໄກການເຮັດວຽກຂອງເຄື່ອງຈັກຕ່າງໆ, ມີຄວາມອົດທົນ ແລະ ມີແນວຄິດສ້າງສັນ ​ແລະ ມີ​ຄວາມ​ສົນ​ໃຈ​ໃນນະ​ວັດຕະ​ກໍາ​ຕ່າງໆ.

ມີຄວາມສາມາດໃນການອອກແບບເຄື່ອງກົນຈັກເປັນຫຼັກ, ເຂົ້າ​ໃຈ​ກົນ​ໄກ ​ແລະ ການ​ນໍາ​ໃຊ້​ກົນ​ຈັກ​ປະ​ເພດ​ຕ່າງໆ, ຮູ້ຈັກວິທີການຜະລິດ,ຮູ້ຈັກການອອກແບບການນຳໃຊ້ພະລັງງານໃຫ້ເປັນປະໂຫຍດ,ຮູ້ຈັກນຳໃຊ້ສິ່ງເສດເຫຼືອມາສ້າງເປັນພະລັງງານທົດແທນຕະຫຼອດເຖິງການຄວບຄຸມເຄື່ອງກົນຈັກ, ມີທັກ​ສະ​ການ​ບໍາລຸງ​ຮັກສາ ​ແລະ ສ້ອມ​ແປງ​ກົນ​ຈັກ.

ສາມາດເປັນນັກວິສະວະກອນຄວບຄຸມການຜະລິດໃນໂຮງງານອຸດສາຫະກຳໃນທຸກຂະແໜງການ, ນັບຕັ້ງແຕ່ອຸດສາຫະກຳເບົາ (ເຄື່ອງນຸ່ງ, ອາຫານ) ຈົນເຖິງອຸດສາຫະກຳໜັກ (ລົດ, ໂຮງງານເບຍ) ນອກຈາກນັ້ນຍັງສາມາດເປັນນັກວິຊາການ ແລະ ຜູ້ຄວບຄຸມບູລະນະຮັກສາເຄື່ອງຈັກຢູ່ຕາມບໍລິສັດເຂື່ອນໄຟຟ້າ ແລະ ໂຮງຈັກໂຮງງານທຸກປະເພດ ຫຼື​ເປັນ​ອາຈານ​ສອນ​ກໍ່​ໄດ້.

ໝວດວິຊາພື້ນຖານຂອງວິຊາສະເພາະ

  1. ຟິຊິກ​ວິສະວະກຳ 1
  2. ຄອມ​ພິວ​ເຕີ​ພື້ນຖານ ​ແລະ ​​ໂປຣ​ແກຣມມິ​ງ
  3. ​ເຄມີ​ສາດ​ວິສະວະກຳ
  4. ​ເສດຖະສາດ​ເບື້ອງ​ຕົ້ນ ​ແລະ ການ​ບັນຊີ
  5. ສະຖິຕິພື້ນຖານ
  6. ​ແຕ້ມ​ແບບ​ວິສະວະກຳ 2

ໝວດວິຊາສະເພາະເລືອກ

  1. ການ​ອອກ​ແບບ​ຄວາມ​ຮ້ອນ
  2. ການ​ຈັດການ​ພະລັງງານ​ໃນ​ອຸດ​ສາຫະ​ກຳ
  3. ​ເຄື່ອງ​ຈັກ​ໃນ​ງານ​ກໍ່ສ້າງ
  4. ການ​ຜະລິດ​ປະລາສຕິກ ​ແລະ ອອກ​ແບບ​ແມ່ພິມ
  5. ການ​ວິ​ໄຈ​​ໂຄງ​ງານ

ໝວດວິຊາສະເພາະບັງຄັບ

  1. ຄວາມ​ທົນ​ທານ​ວັດ​ສະດຸ 1
  2. ພື້ນຖານ​ການ​ອອກ​ແບບ​ສິ້ນ​ສ່ວນ​ເຄື່ອງ​ຈັກ 1
  3. ກົນ​​ໄກ​ເຄື່ອງ​ຈັກ
  4. ຄວາມ​ທົນ​ທານ​ວັດ​ສະດຸ 2
  5. ​ເວ​ຄະ​ສາດ​ເຄື່ອງ​ຈັກ
  6. ​ໂຄງການ​ການ​ອອກ​ແບບ​ເຄື່ອງ​ຈັກ
  7. ການ​ຖ່າຍ​ເທ​ຄວາມ​ຮ້ອນ 1
  8. ​ເຄື່ອງ​ຍົນ​ຈູ​ດ​ໃນ
  9. ​ເຄື່ອງຈັກຊົນ​ລະ​ສາດ
  10. ​ເຕັກ​ໂນ​ໂລ​ຊີການ​ຜະລິດ 1
  11. ເຕັກ​ໂນ​ໂລ​ຊີການ​ຜະລິດ 2
  12. ການ​ວັດ​ແທກ​ວິສະວະກຳ
  13. ພະລັງງານ​ແສງ​ອາທິດ
  14. ວິສະວະກຳ​ສິ່ງ​ແວດ​ລ້ອມ ​ແລະ ການ​ຄວບຄຸມມົນລະ​ພິດ
  15. ການ​ບໍລິຫານ​ອຸດ​ສາຫະ​ກໍາ
  16. ​ເສດຖະສາດວິສະວະກຳ
  17. ຄວາມ​ປອດ​ໄພ ​ແລະ ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ
  18. ການ​ບູລະນະ​ຮັກສາ​ເຄື່ອງ​ຈັກ ​ແລະ ການ​ສ້ອມ​ແປງ
  19. ​ໄຮ​ໂດຣ ​ແລະ ນິວ​ເມ​ຕິກ​ພື້ນຖານ
  20. ​ເຄື່ອງ​ຈັກ​ໄຟຟ້າ