ວິສະວະກຳບໍ່ແຮ່

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ວິສະວະກຳບໍ່ແຮ່ ເປັນການ​ນໍາ​ໃຊ້​ຄວາມ​ຮູ້​ທາງ​ວິສະວະ​ກໍາ​ ເຂົ້າ​ໃນ​ການນຳເອົາແຮ່ ແລະ ຊັບພະຍາກອນທໍລະນີ ເຊັ່ນ: ຫີນ, ວັດ​ສະດຸ, ຊາຍ, ຄຳ, ທອງແດງ, ເງິນ ແລະ ອື່ນໆ ຂຶ້ນມາ ເພື່ອປຸງແຕ່ງ ​​ແລະ ນໍາໃຊ້​ໃນວຽກງານອຸດສາຫະກຳ ແລະ ອື່ນໆໃຫ້​ເກີດປະໂຫຍດສູງສຸດ. ​ປັດຈຸບັນ, ການຂຸດ​ຄົ້ນບໍ່​ແຮ່​ມີການຂະຫຍາຍຕົວຢ່າງ​ວ່ອງໄວ, ດັ່ງນັ້ນ ຈຶ່ງ​ມີ​ຄວາມຮຽກຮ້ອງ​ຕ້ອງການ​ ໃນ​ການສ້າງບຸກຄະລາກອນ ເພື່ອຄຸ້ມ​ຄອງ ​ແລະ ບໍລິຫານ​ ການຂຸດ​ຄົ້ນບໍ່ແຮ່​ໃຫ້​ຖືກວິທີເພື່ອຮັກສາສະພາບແວດລ້ອມ.

ຮຽນກ່ຽວກັບວິສະວະກຳບໍ່​ແຮ່ ​ແລະ ຂັ້ນ​ຕອນ​ໃນການ​ຂຸດ​ຄົ້ນບໍ່ແຮ່ ເຊັ່ນ:  ການວາງແຜນ,  ສຳຫຼວດ,  ເປີດບໍ່ແຮ່, ຂຸດຄົ້ນບໍ່ແຮ່, ປຸງ​ແຕ່ງ ​ແລະ ສົ່ງ​ອອກແຮ່; ​ເຊິ່ງໃນການເປີດບໍ່ແຮ່ນີ້ ລວມເຖິງການ ວາງແຜນຊີເຈາະຮູລະເບີດ, ປະ​ເມີນ​ປະລິມານ​ການ​ສະ​ສົມ​ຂອງ​ແຮ່, ຈັດການ ແລະ ບໍາບັດນໍ້າເສຍ, ການ​ປິດບໍ່ແຮ່ ​​​ໂດຍ​ຟື້ນຟູ​ພື້ນທີ່​ຂຸດ​ຄົ້ນໃຫ້ກັບສູ່ສະພາບເດີມ​ເທົ່າ​ທີ່​​ເປັນ​ໄປ​ໄດ້; ນອກ​ນີ້ ຍັງຮຽນກ່ຽວກັບ​ທໍລະນີ​ສາດ, ທໍລະນີ​ເຕັກນິກ ​ແລະ ສິ່ງແວດລ້ອມ​ ເພື່ອ​ຄໍານຶງ​ເຖິງ ກ່ອນ ແລະ ຫຼັງການຂູດຄົ້ນ.

ວິທີການສິດສອນ ແມ່ນ ປະກອບດ້ວຍການ​ຮຽນທິດສະດີ ຄຽງຄູ່​ກັບ​ການ​ປະຕິບັດ​ຕົວ​ຈິງ ​​ເປັນຕົ້ນ​ແມ່ນ ການປະຕິບັດໃນຫ້ອງທົດ​ລອງ ເຊັ່ນ: ການທົດລອງດິນ, ຫ້ອງທົດລອງຫີນ, ການໃຊ້ກ້ອງຈຸລະທັດເພື່ອສ່ອງແຮ່, ການທົດລອງຊົນລະສາດ, ການທົດລອງຄຸນນະພາບຂອງນ້ຳ, ການເກັບຕົວຢ່າງດິນ ​ໂດຍ​ນັກ​ສຶກສາ​ຈະ​ໄດ້​ນໍາ​ມາ​ແປ​ຄວາມໝາຍ, ຄິດ​ໄລ່ ​ແລະ ລາຍ​ງານ​ຜົນ​ການ​ທົດ​ລອງ; ນອກ​ນີ້ ຍັງຈະໄດ້ຝຶກງານຕາມສະໜາມຂຸດ​ຄົ້ນບໍ່ແຮ່ ​ແລະ ສໍາ​ຫຼວດ​ແຮ່.

ຄວາມຮູ້ພື້ນຖານດ້ານ ຄະນິດສາດ, ຟິຊິກສາດ, ເຄມີສາດ ​ແລະ ພາສາ​ອັງກິດ; ເປັນຄົນ ມີຄວາມອົດທົນ, ມີສຸຂະພາບແຂງແຮງ ເພາະຈະໄດ້ລົງສະໜາມເພື່ອການສຳຫຼວດ​ເປັນປະ​ຈໍາ; ມັກການຄົ້ນຄວ້າ, ສຳຫຼວດ, ວິ​ເຄາະ-ວິ​ໄຈ ແລະ ມັກຊອກຫາຄວາມຮູ້ໃໝ່ໆ; ມີຄວາມສົນ​ໃຈ​ ກ່ຽວ​ກັບທໍລະນີ, ​​ແຮ່​ທາດ ​ແລະ ການ​ຂຸດ​ຄົ້ນ.

ຮູ້ວິທີ​ການ​ໃນ​ການສຳຫຼວດແຮ່ທາດຕ່າງໆ; ສາມາດວາງແຜນການຂຸດຄົ້ນບໍ່​ແຮ່ ​ແລະ ວາງແຜນຜັງຊີເຈາະຮູລະເບີດ; ຮູ້​ວິທີ​ການ​ໃນ​ການຂຸດຕັກ ​ແລະ ຂົນສົ່ງແຮ່ທາດ, ປຸງແຕ່ງແຮ່ທາດ; ສາມາດຈັດລະບົບການຂົນສົ່ງແຮ່ທາດ; ສາມາດນຳໃຊ້ຄອມພິວເຕີເຂົ້າໃນວຽກງານວິສະວະກຳບໍ່ແຮ່; ສາ​ມາດປະເມີນລາຄາຂອງແຮ່ທາດຕ່າງໆ ​ແລະ ປົກປັກຮັກສາສິ່ງແວດລ້ອມບໍ່ແຮ່.

ເປັນນັກວິສະວະກອນບໍ່ແຮ່, ນັກວິຊາການຕາມບໍລິສັດ ​ແລະ ​ໂຄງການຂຸດຄົ້ນແຮ່ທາດ ແລະ ວັດສະດຸ; ເປັນນັກ ວິຊາການໃນໂຮງງານຊີມັງ ​ແລະ ໂຮງງານອື່ນໆ​ ທີ່ກ່ຽວຂ້ອງກັບ​ການສໍາ​ຫຼວດ-​ຂຸດ​ຄົ້ນ​ບໍ່​ແຮ່ ຕະຫຼອດຮອດ ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ; ແລະ ຍັງສາມາດເປີດບໍລິສັດສຳຫຼວດຂຸດຄົ້ນບໍ່ແຮ່ໄດ້.

ໝວດວິຊາພື້ນຖານຂອງວິຊາສະເພາະ

  1. ພາສາ​ອັງກິດ
  2. ຄະ​ນິດ​ສາດ
  3. ​ເລຂາ​ປະພັນ
  4. ຄອມພິວເຕີ
  5. ແຕ້ມເຕັກນິກ
  6. ພື້ນຖານວິສະວະກຳໄຟຟ້າ
  7. ພື້ນຖານ​ກົນ​ລະ​ສາດ​ວິສະວະ​ກໍາ
  8. ກົນ​ລະ​ສາດ​ທາດ​ແຫຼວ
  9. ວັດ​ແທກ
  10. ຄວາມຮູ້ພື້ນຖານກຳລັງວັດສະດຸ
  11. ຄວາມຮູ້ພື້ນຖານທິດສະດີໂຄງສ້າງ
  12. ຄວາມຮູ້ພື້ນຖານກໍາລັງ​ວັດ​ສະດຸ
  13. ຊ່າງສີມື
  14. ຄວາມຮູ້ທົ່ວໄປກ່ຽວກັບຄວາມປອດໄພ

ໝວດວິຊາສະເພາະ

  1. ທໍລະນີສາດທົ່ວໄປ
  2. ອຸປະກອນສຳຫຼວດ ແລະ ຂຸດຄົ້ນບໍ່ແຮ່
  3. ຜຶກສາດ ແລະ ແຮ່ສາດ
  4. ການຈັດວາງຂອງແຮ່ທາດ
  5. ການສຳຫຼວດບໍ່ແຮ່
  6. ວິສະວະ​ກໍາ​ບໍ່​ແຮ່
  7. ສິ່ງແວດລ້ອມກ່ຽວກັບບໍ່ແຮ່
  8. ການຂຸດຄົ້ນແຮ່ໃນລະດັບຕື້ນ
  9. ການຂຸດຄົ້ນແຮ່ໃນລະດັບເລິກ
  10. ການຫຼອມໂລຫະທົ່ວໄປ
  11. ການ​ປຸງ​ແຕ່ງ​ແຮ່
  12. ເສດຖະກິດບໍ່ແຮ່
  13. ​ໂຄງການ​ວິສະວະ​ກໍາ​ບໍ່​ແຮ່
  14. ການອອກແບບໂຮງງານປຸງແຕ່ງແຮ່ທາດ
  15. ການຄຸ້ມຄອງບໍ່ແຮ່
  16. ເຕັກໂນໂລຊີດ້ານບໍ່ຖ່ານຫີນ
  17. ການປະເມີນປະລິມານສະສົມຂອງແຮ່ທາດ
  18. ການ​ປະ​ເມີນ​ຄຸນຄ່າ​ຂອງ​ແຮ່​ທາດ
  19. ທໍລະນີສາດບໍ່ແຮ່