ສ້າງຄູອາຊີວະສຶກສາ

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ຫຼັກສູດ ປະລິນຍາຕີ 5 ປີ

ສາຂາສ້າງຄູອາຊີວະສຶກສາ ແມ່ນສາຂາໜຶ່ງທີ່ຮຽນຮູ້ກ່ຽວກັບການເປັນຄູ ທາງ​ດ້ານວິຊາສະເພາະ​ໃດໜຶ່ງ ​ເຊັ່ນ: ຄູສາຂາກໍ່ສ້າງ, ຄູສາຂາໄຟຟ້າ, ຄູສາຂາກົນຈັກ, ຄູສາຂາບໍ່ແຮ່ ແລະ ອື່ນໆ. ສາຂານີ້ມີຄວາມສຳຄັນຫຼາຍໃນການສ້າງບຸກຄະລາກອນ​ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ຕະຫຼາດ​ແຮງ​ງານ​ທີ່​ຍັງ​ຂາດ​ແຄນໃນ​ຂົງ​ເຂດ​ນີ້. ພ້ອມ​ນັ້ນ ຄູ​ອາຊີວະສຶກສາ ຍັງເປັນກຳລັງແຮງໃນການຖ່າຍທອດບົດຮຽນໃຫ້ແກ່ລຸ້ນຕໍ່ໄປ ​​ແລະ ປະກອບສ່ວນ​ເຂົ້າ​ໃນການພັດທະນາພື້ນຖານໂຄງລ່າງຂອງປະເທດ.

ສາຂານີ້ລົງເລິກກ່ຽວກັບຄວາມຮູ້ຕ່າງໆໃນວິຊາຊີບທີ່ນັກສຶກສາໄດ້ເລືອກໄວ້ແຕ່ຕອນຕົ້ນ. ພ້ອມ​ນັ້ນ, ກໍ່ຈະໄດ້ຮຽນວິທີການຂອງການເປັນຄູຄຽງຄູ່ກັນໄປ ຄື: ການເສີມສ້າງທັດສະນະຄະຕິ, ການສື່ສານ ແລະ ການສ້າງປະຕິສຳພັນ, ການກະກຽມການສອນ, ການດຳເນີນການສິດສອນ, ການສ້າງແຮງຈູງໃຈໃຫ້ນັກຮຽນ. ນອກນີ້, ຍັງຈະໄດ້ຮຽນການວັດຜົນການຮຽນ, ການມີສ່ວນຮ່ວມໃນການວາງແຜນ, ການຈັດຕັ້ງປະຕິດບັດໂຄງການຂອງໂຮງຮຽນ ແລະ ການພັດທະນາການສະເໜີບົດໂຄງການຈົບ​ຊັ້ນ.

ວິທີ​ການ​ສອນ​ລວມມີ ການຮຽນປະສົມປະສານລະຫວ່າງທິດສະດີ ແຕ່ເນັ້ນໜັກໃສ່ການປະຕິບັດຕົວຈິງ ໃນດ້ານຝີມືທາງວິຊາຊີບ ໂດຍນັກສຶກສາຈະເລີ່ມຈາກການຮຽນທິດສະດີພື້ນຖານກ່ຽວກັບການເປັນຄູ. ນອກນີ້, ນັກສຶກສາຍັງຈະໄດ້ປະຕິບັດຕົວຈິງໃນໂຮງຊ່າງ ອີງໃສ່ວິຊາຊີບ 1 ໃນ 14 ວິຊາທີ່ຕົນໄດ້ເລືອກເຊັ່ນ: ການຕໍ່ໄຟ, ການໂບກ, ການກໍ່, ການເລື່ອຍ, ການເຈາະ, ການຈອດ ແລະ ອື່ນໆ. ນັກສຶກສາຈະໄດ້ຝຶກງານຕາມບັນດາໂຮງຈັກໂຮງງານ ແລະ ຕາມໂຮງຮຽນອາຊີວະສຶກສາ.

ຄວາມຮູ້ພື້ນຖານທີ່ແໜ້ນທາງດ້ານຄະນິດສາດ, ຟິຊິກສາດ ແລະ ເຄມີສາດ. ເປັນຄົນທີ່ມີຄວາມສົນໃຈ ແລະ ໄຝ່ຝັນທີ່ຢາກຈະເປັນຄູອາຊິວະສຶກສາ ຫຼື ຄູວິຊາຊີບ; ເປັນຄົນດຸໝັ່ນ, ມີສຸຂະພາບແຂງແຮງ ເພາະວ່າຈະໄດ້ປະຕິບັດ​ຕົວ​ຈິງເປັນ​ປະ​ຈໍາ; ເປັນຄົນທີ່ມັກປະຕິບັດໂຕເປັນແບບຢ່າງ, ວາງຕົວເໝາະສົມ  ແລະ ຮູ້ຈັກໂອ້ລົມກັບຄົນອື່ນ.

ນັກສຶກສາຈະມີຄວາມສາມາດຫຼັກໃນດ້ານວິຊາສະເພາະ, ການເປັນແບບຢ່າງທີ່ດີ ໂດຍສະເພາະແມ່ນການປະພຶດຢ່າງມີຈັນຍາບັນ; ມີຄວາມສາມາດໃນການອົບຮົບນັກສຶກສາຢ່າງຖືກວິທີ, ມີຄວາມສາມາດໃນການຄວບຄຸມຂະບວນການຮຽນ-ການສອນ. ນອກນີ້, ຍັງມີຄວາມສາມາດໃນການປະເມີນຜົນນັກສຶກສາ ດ້ານການຄົ້ນຄິດປະດິດສ້າງ ແລະ ພັດທະນາຕົນເອງ.

ນັກສຶກສາສາມາດປະກອບອາຊີບຫຼັກ ເປັນຄູສອນ ຕາມສະຖາບັນການສຶກສາທີ່ກ່ຽວຂ້ອງກັບວິຊາຊີບ ແລະ ອາຊີວະສຶກສາ. ນອກຈາກອາຊີບຄູ​ແລ້ວ, ກໍຍັງສາມາດປະກອບອາຊີບເປັນ ນັກວິສະວະກອນ ຕາມສາຂາອາຊີບທີ່ໄດ້ເລືອກຮຽນ ເຊັ່ນ: ວິສະວະກອນໄຟຟ້າ, ວິສະວະກອນໂຍທາກໍ່ສ້າງ, ວິສະວະກອນກົນຈັກ ແລະ ອື່ນໆ.

  1. ວິຊາທົ່ວໄປ
  2. ວິຊາວິສະວະກຳ
  3. ວິຊາວິສະວະກຳພື້ນຖານ
  4. ວິຊາວິສະວະກຳວິຊາສະເພາະ
  5. ວິຊາຄູອາຊີວະສຶກສາ
  6. ວິຊາຄູອາຊີວະສຶກສາພື້ນຖານ
  7. ວິຊາຄູອາຊີວະສຶກສາວິຊາສະເພາະ