ວິສະວະກຳ ໂທລະຄົມມະນາຄົມ

ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ

ປະລິນຍາຕີ 4 ປີ

ໂທລະຄົມມະນາຄົມ ແມ່ນ ການຕິດຕໍ່ສື່ສານ ໂດຍນຳໃຊ້ອຸປະກອນສື່ສານໃດໜຶ່ງເປັນພາຫະນະນຳພາ. ເນື່ອງຈາກວ່າໃນໂລກປັດຈຸບັນ ມະນຸດເຮົາໄດ້ມີການຕິດຕໍ່ສື່ສານກັນ ແລະ ເຕັກໂນໂລຊີຂອງອຸປະກອນການສື່ສານແມ່ນມີການປ່ຽນແປງ ແລະ ປັບປຸງຂື້ນເລື້ອຍໆ. ສະນັ້ນ,  ສາຂານີ້ຈຶ່ງມີຄວາມສຳຄັນໃນການສ້າງບຸກຄະລາກອນໃຫ້ມີຄວາມຮູ້ ແລະ ຊຳນິຊຳນານເຂົ້າໃນການພັດທະນາໂທລະຄົມມະນາຄົມເພື່ອໃຫ້ທ່ວງທັນກັບສະພາບສັງຄົມທີ່ມີການປ່ຽນແປງ.

ຮຽນກ່ຽວກັບວິທີການ ຫຼື ຫຼັກການໃນການສື່ສານ, ພື້ນຖານໃນການສື່ສານຂໍ້ມຼູນ, ລະບົບສື່ສານໃນແບບຕ່າງໆ ເຊັ່ນ:  ແບບດິຈິຕອນ, ​ໂທລະສັບເຄື່ອນທີ່ ແລະ ການ​ສື່ສານ​ທາງ​ດ້ານໄມໂຄຣເວບ ເປັນຕົ້ນ. ສຶກສາອຸປະກອນປະເພດຕ່າງໆທີ່ໃຊ້ເພື່ອການສື່ສານ ຫຼື ເປັນການ​ຮັບ​ສົ່ງສັນຍານ ເຊັ່ນ: ການສື່ສານໂດຍນຳໃຊ້ສາຍ ແລະ ແບບໄຮ້ສາຍ, ການນໍາ​ໃຊ້​ການສື່ສານ​ທາງ​ດ້ານດາວທຽມ, ແສງ, ຄື້ນ; ​ການສ້ອມແປງອຸປະກອນການສື່ສານ ແລະ ການສຶກສາວົງຈອນພາຍໃນຂອງ​ລະບົບ​ການ​ສື່ສານ.

ວິທີການສິດສອນແມ່ນ ປະກອບມີທັງພາກທິດສະດີຄຽງຄູ່ກັບການປະຕິບັດຕົວຈິງ ເຊັ່ນ: ການທົດລອງເຄື່ອງຮັບສົ່ງສັນຍານຂອງໂທລະພາບ ແລະ ໂທລະສັບໃນຫ້ອງທົດລອງ, ການທົດລອງນໍາໃຊ້ ໂອສໂລສະໂກບ ເພື່ອເບິ່ງ ແລະ ວັດແທກຄື້ນຄວາມຖີ່. ນອກຈາກນີ້, ຍັງໄດ້ລົງຝຶກງານຕາມສະຖານທີ່ທີ່ກ່ຽວຂ້ອງກັບສາຍການຮຽນ ເຊັ່ນ: ຫໍຄອຍການບິນ, ສະຖານີວິທະຍຸ, ສະຖານີໂທລະພາບ ແລະ ສະຖານີດາວທຽມ ເປັນຕົ້ນ.

ຄວາມຮູ້ພື້ນຖານ ທາງດ້ານພາສາອັງກິດ ແລະ ວິຊາຄິດໄລ່ ເປັນຕົ້ນແມ່ນ ວິຊາຄະນິດສາດ ແລະ ຟີຊິກສາດ. ເປັນຄົນ ມັກສຶກສາຄົ້ນຄວ້າ ແລະ ສັງເກດອຸປະກອນການສື່ສານ ຫຼື ເຄື່ອງໄຟຟ້າຕ່າງໆ. ມີຄວາມສາມາດໃນການນຳໃຊ້ອຸປະກອນການສື່ສານ. ມີຄວາມສົນໃຈ ຮຽນຮູ້ເຖິງການປະຕິບັດງານ ຫຼື ສ່ວນປະກອບຂອງອຸປະກອບການສື່ສານ.

ຮູ້ເຖິງຫຼັກການຂອງ​ລະບົບສື່ສານ ​ແລະ ສາມາດນຳໃຊ້ອຸປະກອນເພື່ອ​ໃຊ້​ໃນການສື່ສານ ຫຼື ຮັບສົ່ງສັນຍານປະເພດຕ່າງໆໄດ້ຢ່າງຄ່ອງແຄ້ວ ເຊັ່ນ: ການນຳໃຊ້ສາຍສື່ສານ, ການນໍາໃຊ້ດາວທຽມ ລວມເຖິງການສື່ສານແບບໄຮ້ສາຍ. ພ້ອມນັ້ນ, ຍັງສາມາດສ້ອມແປງອຸປະກອນການສື່ສານໄດ້ອີກດ້ວຍ.

ເປັນນັກວິຊາການໃນຂະແໜງການການສື່ສານ ທັງພາກລັດ ແລະ ເອກະຊົນ ເຊັ່ນ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ກະຊວງໄປສະນີ, ໂທລະຄົມມະນາຄົມ; ກະຊວງປ້ອງກັນປະເທດ, ສະຖານີດາວທຽມ, ສະຖານີວິທະຍຸ, ສະຖານີໂທລະພາບ ແລະ ເຄືອຂ່າຍສູນບໍລິການທາງດ້ານການສື່ສານເປັນຕົ້ນ.

ໝວດວິຊາພື້ນຖານຂອງວິຊາສະເພາະ

  1. ວິສະວະກຳສິ່ງແວດລ້ອມ
  2. ການຄຸ້ມຄອງວິສະວະກຳ
  3. ພາສາອັງກິດສຳລັບວິສະວະກຳ
  4. ແຕ້ມແບບວິສະວະກຳ
  5. ຄອມພິວເຕີເບື້ອງຕົ້ນ
  6. ທິດສະດີວົງຈອນໄຟຟ້າ
  7. ພື້ນຖານອີເລັກໂຕນິກ
  8. ໂປແກຣມຄອມພິວເຕີ
  9. ຄະນິດສາດວິສະວະກຳ
  10. ວິສະວະກຳອີເລັກໂຕນິກ
  11. ການວັດແທກ ແລະ ເຄື່ອງວັດແທກໄຟຟ້າ
  12. ທົ່ງ ແລະ ຄື້ນໄຟຟ້າແມ່ເຫຼັກ
  13. ການທົດລອງທາງວິສະວະກຳ
  14. ພາສາອັງກິດສຳລັບວິຊາສະເພາະ
  15. ວັດສະດຸວິສະວະກຳ

ໝວດວິຊາສະເພາະ

  1. ການອອກແບບວົງຈອນດິຈິຕອນ ແລະ ວົງຈອນໂລຊິກ
  2. ໂປຣແກຣມຄອມພິວເຕີ
  3. ອີເລັກໂຕນິກຂັ້ນສູງ
  4. ຫຼັກການລະບົບສື່ສານ
  5. ການແປງພະລັງງານ
  6. ເຄືອຂ່າຍຄອມພິວເຕີ
  7. ໄມໂຄຣໂປຣເຊັດເຊີ້ ແລະ ການໂປຣແກຣມ
  8. ວິສະວະກຳລະບົບຄວບຄຸມ
  9. ວິສະວະກຳໂທລະຄົມມະນາຄົມ
  10. ລະບົບສື່ສານແບບດິຈິຕອນ
  11. ການສື່ສານຂໍ້ມູນ
  12. ວິສະວະກຳວິທະຍຸ ແລະ ການແຜ່ກະຈາຍຄື້ນ
  13. ສຳມະນາວິສະວະກຳ
  14. ລະບົບສື່ສານເຄື່ອນທີ່
  15. ເຕັກໂນໂລຊີ ເວບ
  16. ລະບົບໂທລະສັບທັນສະໄໝ
  17. ລະບົບສື່ສານໄມໂຄຣເວບ
  18. ວິສະວະກຳໂທລະທັດ
  19. ໂທລະສັບເຄື່ອນທີ່ລະບົບຊີດີເອັມເອ
  20. ການສື່ສານດາວທຽມ
  21. ການສື່ສານທາງແສງ
  22. ເຕັກໂນໂລຊີການສື່ສານແບບແຖບຄວາມຖີ່ກວ້າງ
  23. ການປະມວນຜົນສັນຍານດິຈິຕອນ
  24. ໂປຣໂຕຄອນເຄືອຂ່າຍສື່ສານຂັ້ນສູງ
  25. ເຄືອຂ່າຍສື່ສານໄຮ້ສາຍ
  26. ຝຶກງານວິສະວະກຳ
  27. ຝຶກງານອຸດສາຫະກຳ