ການຄຸ້ມຄອງຊັບພະຍາກອນນ້ຳ
ການຄຸ້ມຄອງຊັບພະຍາກອນນ້ຳໝາຍເຖິງການຄວບຄຸມປະລິມານແລະລະດັບນ້ຳຂອງແຫຼ່ງນ້ຳແລະການຈັດການໆນໍາໃຊ້ນ້ຳໃຫ້ເກີດປະໂຫຍດສູງສຸດ ໂດຍບໍ່ໃຫ້ເກີດມີຄວາມເສຍຫາຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສິ່ງແວດລ້ອມ. ນໍ້າເປັນຊັບພະຍາກອນທີ່ມີອິດທິພົນຕໍ່ການດໍາລົງຊີວິດ ແລະ ຖືກນໍາໃຊ້ເຂົ້າໃນວຽກງານທຸກຂະແໜງການ ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງມີການຈັດການຄຸ້ມຄອງນ້ຳໃຫ້ຖືກນຳໃຊ້ຢ່າງເໝາະສົມ ແລະມີປະສິດທິພາບ.
ວິຊານີ້ແມ່ນຮຽນກ່ຽວກັບການຄຳນວນຄິດໄລ່ນ້ຳເພື່ອການຜະລິດໄຟຟ້ານ້ຳຕົກ, ການວິເຄາະແລະຈັດການຄຸນນະ
ພາບຂອງນ້ຳ, ການບຳບັດນ້ຳເສຍ, ການສົ່ງເສີມການນຳໃຊ້ນໍ້າຢ່າງມີຄຸນຄ່າ, ການຄຸ້ມຄອງແຫຼ່ງນ້ຳ, ການວາງແຜນແລະອອກແບບອາຄານກັກເກັບນ້ຳແລະອາຄານນຳສົ່ງ ເຊິ່ງນັກຮຽນ ຈະໄດ້ຮຽນຮູ້ຫຼັກການພັດທະນາໄຟຟ້ານ້ຳຕົກຕະຫຼອດເຖິງວິທີການປະເມີນຜົນກະທົບທາງສິ່ງແວດລ້ອມແລະການນຳໃຊ້ລະບົບຂໍ້ມູນຂ່າວສານໃນການຄຸ້ມຄອງແຫຼ່ງນ້ຳ.
ຮູບແບບການຮຽນການສອນແມ່ນເລີ່ມຈາກການຮຽນທິດສະດີພື້ນຖານທາງດ້ານວິສະວະກຳທີ່ກ່ຽວພັນກັບຊັບພະຍາກອນນ້ຳເຊັ່ນ: ທໍລະນີວິສະວະກຳ, ກົນລະສາດດິນ, ກົນລະສາດວິສະວະກຳ, ການນຳໃຊ້ໂປຣແກຣມຄອມພິວເຕີເຂົ້າໃນການແຕ້ມແບບຕະຫລອດເຖິງການສຳຫຼວດແລະແຕ້ມແຜນທີ່. ນັກສຶກສາຍັງຈະໄດ້ປະຕິບັດຕົວຈິງ, ໄປທັດສະນະສຶກສາ ແລະ ຝຶກງານກັບພານສ່ວນທີ່ກ່ຽວຂ້ອງ ເພື່ອຮຽນຮູ້ການວັດແທກຄວາມໄວແລະປະລິມານຂອງນ້ຳໃນສະຖານີຕ່າງໆກ່ອນແລະຫຼັງການອອກແບບໂຄງສ້າງຕ່າງໆ.
ໝວດວິຊາພື້ນຖານດ້ານວິສະວະກຳ
- ພື້ນຖານຄອມພິວເຕີ
- ຄະນິດສາດ
- ພາສາອັງກິດ
- ການສຳຫຼວດແລະແຕ້ມແຜນທີ່
- ທໍລະນີວິສະວະກຳ
- ກົນລະສາດດິນ
- ການຂຽນໂປຣແກຣມຄອມພິວເຕີ
- ຫຼັັກການເສດຖະກິດວິສະວະກຳ
- ໝວດວິຊາສະເພາະແບ່ງຕາມສາຂາວິຊາ
- ອຸທົກກະສາດທາງສະຖິຕິ
- ພູມອາກາດແລະອຸຕຸນິຍົມວິທະຍາຂອງນ້ຳ
- ການປະເມີນຜົນກະທົບ, ຄວາມສ່ຽງແລະການຄຸ້ມຄອງ
- ການຄຸ້ມຄອງການນຳໃຊ້ແລະຄວາມຕ້ອງການນໍ້າ
- ການຄຸ້ມຄອງການໃຊ້ປະໂຫຍດຂອງນ້ຳ
- ຊົນລະສາດສິ່ງແວດລ້ອມ
- ການຄຸ້ມຄອງຄຸນນະພາບນ້ຳ
- ການບຳບັດນ້ຳແລະນ້ຳເປື້ອນ
ວິຊາສະເພາະລວມ
- ວິທີການທາງສະຖິຕິໃນການຄຸ້ມຄອງແຫຼ່ງນ້ຳ
- ຂະບວນການທາງອຸທົກກະສາດ
- ຂະບວນການທາງວັດຖຸແລະເຄມີ
- ຂະບວນການທາງຊີວະວິທະຍາ
- ການໄຫຼໃນຄອງນ້ຳເປີດ
- ການໄຫຼຖ້ວມແລະຊົນລະສາດນ້ຳຂອງແມ່ນໍ້າ
- ການເຊາະເຈື່ອນແລະການຕົກຕະກອນ
- ການຄຸ້ມຄອງອ່າງແມ່ນ້ຳ
- ການວາງແຜນແລະການຄຸ້ມຄອງໂຄງການ
- ກົດໝາຍນ້ຳແລະນະໂຍບາຍການບໍລິຫານ
- ການວາງແຜນແລະອອກແບບອາຄານກັກເກັບນ້ຳ
- ລະບົບແຫຼ່ງນ້ຳແລະສິ່ງແວດລ້ອມ
- ນິເວດວິທະຍາແລະການປ່ຽນແປງຂອງລະບົບນິເວດ
- ອຸທົກທໍລະນີວິທະຍາແລະນໍ້າໃຕ້ດິນ
- ຫຼັກການພັດທະນາໄຟຟ້ານ້ຳຕົກ
- ອະນຸລັກດິນ ແລະ ນ້ຳ
- ການສະໜອງນ້ຳ ແລະ ສຸຂາພິບານ
- ການປະເມີນຜົນກະທົບສິ່ງແວດລ້ອມ
- ລະບົບຊົນລະປະທານ ແລະ ການລະບາຍນ້ຳ
Leave A Comment